ຄວາມຄືບໜ້າ ຂອງເຫດຄາດຕະກຳ ຢູ່ສູນການຄ້າສີໄຄ ພຣາຊາ
ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າ ຂອງເຫດຄາດຕະກຳ ທ້າວ ຊູຫ່ວາງທຽນ ອາຍຸ 60 ປີ ອາຊີບ ນັກທຸລະກິດ ຢູ່ສູນການຄ້າສີໄຄ ພຣາຊາ ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 7 ຕຸລາ 2017 ນີ້ ຜ່ານການສືບສວນ-ສອບສວນ ລົງເກັບກຳຂໍ້ມູນຫຼັກຖານ ຂອງເຈົ້າໜ້າທີ່ຕຳຫຼວດ ແລະ ການຮ່ວມມືຂອງປະຊາຊົນ ອຳນາດການປົກຄອງທຸກພາກສ່ວນ ໃນການຊອກຄົ້ນຫາຜູ້ກະທຳຜິດ. ມາໃນວັນທີ 8 ຕຸລາ 2017 ເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນລົດຈັກຂອງເປົ້າໝາຍ ທີ່ນຳໃຊ້ເຂົ້າໃນການກະທຳຜິດ ຊຸກເຊື່ອງໄວ້ປ່າເຂດ ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈາກຫຼັກຖານດັ່ງກ່າວນັ້ນ ເຈົ້າໜ້າທີ່ຈຶ່ງສາມາດກຳນົດເປົ້າໝາຍກໍ່ເຫດຄາດຕະກຳໃນຄັ້ງນີ້ ໄດ້ຢ່າງຊັດເຈນ ແລ້ວໄດ້ສືບຕໍ່ເກັບກຳຂໍ້ມູນ ກວດກາເປົ້າໝາຍຕົວຈິງ ຈຶ່ງຮູ້ວ່າ: ເປົ້າໝາຍແມ່ນໄດ້ເອົາຕົວຫຼົບໜີ ໄປຕ່າງປະເທດ ສ່ວນສາເຫດທີ່ພາໃຫ້ເກີດການຄາດຕະກຳໃນຄັ້ງນີ້ ຄາດການໃນເບື້ອງຕົ້ນ ອາດເກີດຈາກການຄັດແຍ່ງດ້ານທຸລະກິດ.
ປະຈຸບັນ ເຈົ້າໜ້າທີ່ໄດ້ປະສານສົມທົບກັບເຈົ້າໜ້າທີ່ປະເທດໃກ້ຄຽງ ແລະ ຕຳຫຼວດສາກົນ ເພື່ອນຳຈັບຕົວຜູ້ກໍ່ເຫດມາດຳເນີນຄະດີຕາມຂັ້ນຕອນກົດໝາຍຂອງ ສປປ ລາວ.