ປະຕິບັດການຊອກຄົ້ນ ແລະ ຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື
ການຊອກຄົ້ນ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແມ່ນຍັງດຳເນີນໄປຢ່າງປົກກະຕິ ໂດຍນຳໃຊ້ກຳລັງທະຫານເປັນຫຼັກ ສົມທົບກັບກຳລັງຕຳຫຼວດ ແລະ ໜ່ວຍກູ້ໄພຈຳນວນໜຶ່ງ ເພື່ອຊອກໃຫ້ເຫັນຜູ້ທີ່ຍັງສູນຫາຍຢູ່ ເຊິ່ງຕົວເລກໃນປະຈຸບັນແມ່ນພົບຜູ້ເສຍຊີວິດ ຕື່ມອີກ 5 ຄົນ ໃນວັນທີ 2 ກໍລະກົດ 2018 ລວມເປັນ 23 ສົບ ແລະ ຍັງມີຜູ້ສູນຫາຍ 113 ຄົນ, ພື້ນທີ່ສ່ວນຫຼາຍຍັງເປັນບວກເປັນຕົມຕົມເລິກຢູ່ ຖືວ່າເສຍຫາຍໜັກໜ່ວງທີ່ສຸດ ຕາມການລາຍງານຂອງ ຄະນະຊີ້ນຳພາກສະໜາມຈຳນວນຕົວເລກທີ່ໄດ້ຮັບຜົນກະທົບມີ 13 ບ້ານ, ມີພົນລະເມືອງ 13,067 ຄົນ ໃນນີ້ມີບ້ານທີ່ໄດ້ຮັບຜົນກະທົບ 100% ມີ 6 ບ້ານ, ມີ 7,095 ຄົນ, ມີເນື້ອທີ່ທຳການຜະລິດກະສິກຳຖືກເສຍຫາຍຈາກຜົນກະທົບໃນຄັ້ງນີ້ມີທັງໝົດ 29 ບ້ານ ພື້ນທີ່ 1,998 ເຮັກຕາ, ມີສັດສູນຫາຍຈຳນວນ 12,192 ໂຕ, ສັດປີກສູນຫາຍ 19,341 ໂຕ, ໜອງປາເສຍຫາຍ 280 ໜອງ ມູນຄ່າເສຍຫາຍຫຼາຍກວ່າ 10 ຕື້ກີບ.
ສຳລັບການປົວແປງຊີວິດການເປັນຢູ່ເບື້ອງຕົ້ນແມ່ນ ໃຫ້ອາໃສຢູ່ຕາມຈຸດພັກເຊົາຊົ່ວຄາວ ທີ່ທາງຄະນະຮັບຜິດຊອບຈັດໄວ້ໃຫ້ກ່ອນ ແລະ ຈຳນວນໜຶ່ງທີ່ມີເງື່ອນໄຂກໍ່ໄປພັກເຊົານຳຄອບຄົວເພື່ອລໍຖ້າການຟື້ນຟູໄພພິບັດໃນຄັ້ງນີ້. ສ່ວນການປົວແປງ ແລະ ຟື້ນຟູໃນໄລຍະຍາວ, ທັງພັກ-ລັດຖະບານ ສົມທົບກັບການຈັດຕັ້ງແຂວງ, ເມືອງສະໜາມໄຊ ແຂວງອັດຕະປື ໄດ້ມີແຜນການຢ່າງງລະອຽດ ເປັນຕົ້ນແມ່ນການສ້າງອາຄານບ້ານເຮືອນ ທີ່ຢູ່ຖາວອນ, ແລະ ຟື້ນຟູ ແລະ ໜອງເນື້ອທີ່ດິນປູກຝັ່ງທຳການຜະລິດ, ການສະໜອງທາງດ້ານທຶນຮອນ ແລະ ອຳນວຍຄວາມສະດວກທາງດ້ານຕ່າງໆ ເພື່ອເຮັດໃຫ້ປະຊາຊົນ ຜູ້ຖືກເຄາະຮ້າຍໄດ້ມີຊີວິດການເປັນຢູ່ທີ່ດີຂື້ນ. ນອກຈາກແຜນການຟຶ້ນຟູສະພາບຈິດໃຈ ແລະ ຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກເຄາະຮ້າຍແລ້ວ ທາງຄະນະຮັບຜິດຊອບ ຍັງຈະໄດ້ມີການຟື້ນຟູທາງດ້ານພື້ນຖານໂຄງລ່າງ ທີ່ຖືກເສຍຫາຍເປັນຕົ້ນແມ່ນ ຖະໜົນຫົນທາງ, ຕາຂ່າຍໄຟຟ້າ ແລະ ການເອື້ອອຳນວຍທາງດ້ານການບູລະນະທ້ອງຖິ່ນທີ່ໄດ້ຮັບຜົນກະທົບກັບມາອຸດົມສົມບູນຄືເກົ່າອີກດ້ວຍ.