22nd Aug2019

ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນການຫັນເອົາແນວທາງປ່ຽນແປງໃໝ່ ຂອງພັກມາເປັນກົດຫມາຍພື້ນຖານຂອງຊາດ

by somchan

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ອນອື່ນໝົດ ພັກ ແລະ ລັດຖະບານໄດ້ສຸມໃສ່ເຮັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດກ້າວຂຶ້ນສັງຄົມນິຍົມ, ພ້ອມດຽວກັນນັ້ນ ການນໍາພາຂອງພັກ ແລະ ລັດ ໄດ້ເສີມຂະຫຍາຍບົດບາດສິດ ເປັນເຈົ້າຕົນເອງຂອງປະຊາຊົນໃນການພັດທະນາ ເສດຖະກິດ-ສັງຄົມໂດຍອີງໃສ່ສະພາບຄວາມ ເປັນຈິງ ແລະ ຈຸດພິເສດຂອງປະເທດ; ສ້າງໃຫ້ປະຊາຊົນມີຄວາມຕື່ນຕົວທາງດ້ານການເມືອງ, ປະກອບສ່ວນເຂົ້າໃນການສ້າງພື້ນຖານເສດຖະກິດແຫ່ງຊາດ.

ຜ່ານຂະບວນວິວັດຂອງການພັດທະນາເສດຖະກິດ-ສັງຄົມ ເປັນເວລາ 15 ປີ ພາຍຫຼັງທີ່ພັກ ແລະ ລັດ ເຫັນວ່າສະພາບການພາຍໃນປະເທດສຸກງອມ ແລະ ເຫັນເຖິງຄວາມຈຳເປັນທີ່ຈະຕ້ອງມີການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ຈຶ່ງສະເໜີ ໃຫ້ຄະນະກຳມະການຮ່າງລັດຖະທຳມະນູນດຳເນີນການຮ່າງເນື້ອໃນຂອງລັດຖະທຳມະນູນ ແລະ ໄດ້ເຜີຍແຜ່ສູ່ປະຊາຊົນໃນປີ 1990, ເບື້ອງຕົ້ນມີພຽງແຕ່ 73 ມາດຕາເທົ່ານັ້ນ, ແຕ່ຜ່ານການປະກອບຄວາມຄິດຄວາມເຫັນຈາກປວງຊົນລາວບັນດາເຜົ່າ ຈຶ່ງເຮັດໃຫ້ເນື້ອໃນຂອງລັດຖະທຳມະນູນ ສົມບູນກວ່າເກົ່າຈາກນັ້ນວັນທີ 14 ສິງຫາ 1991 ລັດຖະທຳມະນູນສະບັບດັ່ງກ່າວ ໄດ້ຖືກຮັບຮອງເອົາດ້ວຍຄະແນນສຽງເປັນເອກະສັນ ໃນກອງປະຊຸມຄັ້ງທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ 2 ແລະ ໄດ້ຮັບການປະກາດໃຊ້ໂດຍລັດຖະດຳລັດຂອງປະທານປະເທດ ໃນວັນທີ 15 ສິງຫາ 1991.

ນັບວ່າເປັນຄັ້ງທຳອິດພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປານາເປັນ ສປປ ລາວ ໃນໄລຍະເວລາ 15 ປີ ຈຶ່ງໄດ້ມີການປະກາດໃຊ້ລັດຖະທຳມະນູນ ຊຶ່ງເປັນເຫດການການເມືອງທີ່ສຳຄັນຂອງຊາດ ແລະ ເປັນໝາກຜົນແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ,ເປັນການຫັນເອົາແນວທາງປ່ຽນແປງໃໝ່ຂອງພັກມາເປັນກົດຫມາຍພື້ນຖານຂອງຊາດ ເພື່ອຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍເທື່ອລະກ້າວ,ເປັນຂີດໝາຍສຳຄັນແຫ່ງການກໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ເພາະລັດຖະທຳມະນູນແມ່ນໄດ້ຜ່ານການປະກອບຄຳຄິດຄຳເຫັນຈາກທົ່ວປວງຊົນລາວ ແລະ ກໍ່ເປັນ ລັດຖະທຳມະນູນທີ່ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ,ເປັນເທື່ອທຳອິດທີ່ສິດ ແລະ ພັນທະພື້ນຖານຂອງພົນລະເມືອງໄດ້ຖືກກຳນົດໄວ້ຢ່າງລະອຽດ ແລະ ຈະແຈ້ງໃນລັດຖະທຳມະນູນ.

ລັດຖະທຳມະນູນແມ່ນການຜັນຂະຫຍາຍແນວທາງຂອງພັກມາເປັນກົດໝາຍຂອງລັດ, ເນື້ອໃນທັງໝົດຂອງລັດຖະທຳມະນູນແມ່ນຖອດມາຈາກມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 5 ຂອງພັກປະຊາຊົນປະຕິວັດລາວ ຜ່ານ ຂະບວນວິວັດຂອງການພັດທະນາເສດຖະກິດ-ສັງຄົມ ເປັນເວລາ 10 ກວ່າປີ ພັກ ແລະ ລັດ ຈຶ່ງເຫັນຄວາມຈຳເປັນທີ່ຈະຕ້ອງໄດ້ມີການປັບປຸງເນື້ອໃນບາງອັນຂອງລັດຖະທຳມະນູນ,ການປັບປຸງເນື້ອໃນຂອງລັດຖະທຳມະນູນ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກປະຊາຊົນປະຕິວັດລາວ ໃຫ້ເປັນທິດທາງປະຕິບັດລະອຽດ ກອງປະຊຸມສູນກາງຄັ້ງທີ 4 ສະໄໝທີ 7 ກໍ່ໄດ້ກຳນົດແຈ້ງກ່ຽວກັບທິດທາງຂອງການພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ ເປັນຕົ້ນແມ່ນໄດ້ອອກມະຕິກ່ຽວກັບການຫັນເປັນອຸດສະຫະກຳ ແລະ ຫັນທັນສະໄໝເທື່ອລະກ້າວ; ດັ່ງນັ້ນ ເພື່ອເຮັດໃຫ້ມະຕິດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຕາມທີ່ໄດ້ກຳນົດໄວ້ ສະພາແຫ່ງຊາດຈຶ່ງໄດ້ປັບປຸງເນື້ອໃນຂອງລັດຖະທຳມະນູນໃຫ້ສອດຄ່ອງກັບ ການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ; ໃນວັນທີ 06 ພຶດສະພາ 2003 ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 5 ໄດ້ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງໃໝ່ ດ້ວຍຄະແນນສຽງເປັນເອກະສັນ ແລະ ວັນທີ 28 ພຶດສະພາ 2003 ປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ອອກລັດຖະດຳລັດປະກາດໃຊ້ຢ່າງເປັນທາງການ; ຕໍ່ມາ ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 7 ກໍໄດ້ຄົ້ນຄວ້າ,ພິຈາລະນາ ແລະ ຮັບຮອງເອົາການປັບປຸງລັດຖະທຳມະນູນ ສະບັບປີ 2015 ຈາກນັ້ນ ໃນວັນທີ 8 ທັນວາ 2015 ສະພາແຫ່ງຊາດ ກໍໄດ້ອອກມະຕິຕົກລົງ ວ່າດ້ວຍການຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງໃຫມ່ ແລະ ປະທານປະເທດ ກໍໄດ້ອອກລັດຖະດຳລັດ ວ່າດ້ວຍການປະກາດບັງຄັບໃຊ້ ເລີ່ມແຕ່ວັນທີ 15 ທັນວາ 2015 ເປັນຕົ້ນມາ.

ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນກົດໝາຍພື້ນຖານ ທີ່ສະແດງເຖິງເຈດຈຳນົງຂອງປະຊາຊົນລາວບັນດາເຜົ່າ ທີ່ປະກອບດ້ວຍບັນດາຊັ້ນຄົນຕ່າງໆໃນສັງຄົມ,ກຳນົດລະບອບການເມືອງ,ເສດຖະກິດ-ສັງຄົມ ແລະ ພັນທະພື້ນຖານຂອງພົນລະເມືອງ,ກົງຈັກລັດແຫ່ງ ສປປ ລາວ ; ດັ່ງນັ້ນ ລັດຖະທຳມະນູນຂອງ ສປປ ລາວ ຈິ່ງເປັນລັດຖະທຳມະນູນທີ່ຮັບໃຊ້ໃຫ້ແກ່ຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າ, ເພາະອຳນາດທັງໝົດ ເປັນຂອງປະຊາຊົນ ຕາມລະບອບປະຊາທິປະໄຕປະຊາຊົນ ດັ່ງທີ່ກຳນົດໄວ້ໃນມາດຕາ 3 ຂອງລັດຖະທຳມະນູນ ຄື ລັດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດຂອງປະຊາຊົນ ອໍານາດທັງໝົດເປັນຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ, ເຊິ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ບັນຍາຊົນເປັນຫຼັກແຫຼ່ງ”.

ລັດຖະທຳມະນູນ ບໍ່ພຽງແຕ່ສະຫຼຸບຄືນເຖິງບາດລ້ຽວປະຫວັດສາດ ແລະ ໝາກຜົນຂອງການປະຕິວັດເທົ່ານັ້ນ, ແຕ່ຫາກຍັງກຳນົດ ແລະ ຊີ້ໃຫ້ເຫັນທິດທາງກ້າວເດີນໃນອານາຄົດຍາວນານ, ດັ່ງໃນຄຳນຳໄດ້ກ່າວໄວ້ວ່າ: “ສ້າງປະເທດຊາດໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ”.

ລັດຖະທຳມະນູນໄດ້ສ້າງຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າໃນການສືບຕໍ່ ແລະ ເສີມຂະຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມໃນອານາຄົດ;ລັດຖະທຳມະນູນ ຍັງຕິດພັນກັບໜ້າທີ່ການເມືອງ, ກັບແນວທາງນະໂຍບາຍຂອງພັກ, ລັດໄດ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເປັນອັນລະອຽດ ເປັນກົດໝາຍພື້ນຖານ ແລະ ເປັນໃຈກາງຂອງກົດໝາຍຂອງ ສປປ ລາວ, ລັດຖະທໍາມະນູນໄດ້ກໍານົດລະບອບການເມືອງ,ກົງຈັກລັດ,ກຳນົດ,ຫຼັກການ,ບັນດາບັນຫາທີ່ກວມລວມກວ່າໝູ່ຂອງລະບອບປະຊາທິປະໄຕ ປະຊາ

ຊົນ ແລະ ພື້ນຖານດ້ານນິຕິໄນໃຫ້ແກ່ການສ້າງລະບົບກົດໝາຍ ແຫ່ງ ສປປ ລາວ ໝາຍຄວາມວ່າ ທຸກນິຕິກຳຕ້ອງສອດຄ່ອງກັບລັດຖະທຳມະນູນ,ລັດຖະທຳມະນູນຂອງ ສປປ ລາວ ແມ່ນມີພາລະບົດບາດປົກປັກຮັກສາ ແລະ ກໍ່ສ້າງຄື: ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປາບປາມສັດຕູພາຍໃນ ແລະ ພາຍນອກ, ທັງກໍ່ສ້າງລະບອບໃໝ່, ພື້ນຖານເສດຖະກິດໃໝ່, ວັດທະນະທຳອັນດີງາມ ແລະ ຄົນຮຸ້ນໃໝ່ໃຫ້ເປັນພົນລະເມືອງດີ.

ໂດຍ: ແກ້ວປະເສີດ

Off

Comments are closed.