ຮອງລັດຖະມົນຕີກະຊວງ ປກສ ໄດ້ຕ້ອນຮັບການເຂົ້າພົບປະ ຢ້ຽມຢາມຮອງປະທານຄະນະກຳມະການ ຮ່ວມມື ລາວ-ຈີນ
ໃນວັນທີ 19 ສິງຫາ 2020, ທີ່ກະຊວງປ້ອງກັນຄວາມສະຫງົບ, ພົຕ ປອ ທອງເຫຼັກ ມັງຫນໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ຕ້ອນຮັບການເຂົ້າພົບປະ ຢ້ຽມຢາມຂອງ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກຳມະການ ຮ່ວມມື ລາວ-ຈີນ.ໂອກາດນີ້ ທ່ານ ແຄນທອງ ສີສຸວົງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບໂຄງການຮ່ວມມືລາວ-ຈີນ ໂດຍສະເພາະແມ່ນໂຄງການ ປູກພືດທົດແທນການປູກຟິ່ນ ເຊິ່ງເປັນໂຄງການທີ່ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ານນະໂຍບາຍການຜະລິດກະສິກຳລາວ ທີ່ ສາມາດນຳເຂົ້າໄປ ສປ ຈີນ ພະລິດຕະພັນກະສິກຳ ເປົ້າຫມາຍກໍ່ເພື່ອລຶບລ້າງການປູກຟິນໃນລາວ ໂດຍໃຫ້ປະຊາຊົນລາວຫັນມາປູກພືດ ເປັນສິນຄ້າສົ່ງອອກ ແລະ ເພື່ອເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ.
ຜ່ານການຮ່ວມມືສອງຝ່າຍໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນມີຫມາກຜົນດີແກ່ປະຊາຊົນຫຼາຍສົມຄວນ ເຊິ່ງສະແດງອອກຄື: ໄດ້ສຳເລັດການສະເໜີແຕ່ງຕັ້ງຄະນະປະສານງານໂຄງການຮ່ວມມື ລາວ-ຈີນ ວ່າດ້ວຍການປູກພືດທົດແທນຟິ່ນ, ໄດ້ເຂົ້າຮ່ວມກອງປະຊຸມຄະນະປະສານງານ ຮ່ວມມືແຂວງພາກເໜືອ ສປປ ລາວ ກັບແຂວງຢູ່ນານ ສປ ຈີນ, ດຳເນີນການເກັບກຳຂໍ້ມູນບັນດາບໍລິສັດທີ່ມາລົງທຶນ ຕາມໂຄງການປູກພືດທົດແທນການປູກຝິ່ນ ຮ່ວມກັບບັນດາໜ່ວຍງານທ້ອງຖິ່ນໃຫ້ມີຄວາມຊັດເຈນ, ປະຈຸບັນມີບໍລິສັດຈາກ ສປ ຈີນ ເຂົ້າມາລົງທຶນໂຄງການປູກພືດທົດແທນຝິ່ນ ທີ່ອອກໃບຢັ້ງຢືນໃນປີ 2019 ມີທັງຫມົດ 45 ບໍລິສັດ, ໃນຈຳນວນທີໄດ້ຂື້ນທະບຽນໄວ້ 59 ບໍລິສັດ, ສຳເລັດການລົງນາມຮັບຮອງດ້ານເອກະສານຂອງໂຄງການຮ່ວມມືກັບຝ່າຍຈີນ ກ່ຽວກັບໂຄງການຕົວແບບພັດທະນາ ປູກພືດທົດແທນການປູກຝິ່ນ ຢູ່ແຂວງຜົ້ງສາລີ, ແລະ ລັງດຳເນີນການກະກຽມເອກະສານປຶກສາຫາລືກັບການຄ້າ ແຂວງຢູນນານ ກ່ຽວກັບການສ້າງຕັ້ງຫ້ອງການປະສານງານ ແລະ ຮັບຜິດຊອບໂຄງການພັດທະນາປູກພືດທົດແທນການປູກຝິ່ນຢູ່ແຂວງພາກເໜືອ, ສຳລັບການສົ່ງອອກຜົນຜະລິດໄປ ສປ ຈີນ ເຊີ່ງແມ່ນຝ່ານຈີນຈະພິຈາລະນາອະນຸຍາດ ແລະ ສະໜອງໂກຕາໃຫ້ບໍລິສັດໂດຍກົງ.
ໂອກາດນີ້ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກໍ່ໄດ້ຕີລາຄາສູງ ຕໍ່ການພົວພັນຂອງທັງສອງພາກສ່ວນ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການຮ່ວມມືລາວ-ຈີນ ກ່ຽວກັບການປູກພືດທົດແທນ ການປູກຝີ່ນ ອັນໄດ້ເຮັດໃຫ້ປະຊາຊົນຈຳນວນໜືງເປັນຕົ້ນຢູ່ທາງພາກເໜືອ ຫັນມາປະກອບອາຊິບ ທີ່ຖືກຕ້ອງຕາມລະບຽບກົດໝາຍແທນການປູກພືດໃຫ້ສານເສບຕິດ.