ຫ້ອງວ່າການສູນກາງພັກ ເປີດຂະບວນການສັກວັກແຊງ ຕ້ານໂຄວິດ-19 ເຂັມທີ 2
ໃນວັນທີ 21 ພຶດສະພາ 2021 ທີ່ຫ້ອງວ່າການສູນກາງພັກ ໄດ້ເປີດຂະບວນການ ສັກວັກແຊງຕ້ານໂຄວິດ-19 ເຂັມທີ 2 ໃຫ້ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ສູນກາງພັກ ຫລາຍກວ່າ 200 ຄົນ, ໂດຍທີມແພດ ຈາກໂຮງໝໍມິດຕະພາບ 150 ຕຽງ ມາສັກໃຫ້.
ການຈັດຕັ້ງ, ສັກວັກແຊງໃນຄັ້ງນີ້, ແນໃສ່ເຮັດໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ມີພູມຕ້ານທານ ແລະ ປອດໄພຈາກເຊື້ອໂຄວິດ-19, ທັງເປັນການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ຫລຸດລົງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ນາງ ທອງສຸກ ດ້ວງເງິນ ຮອງຫົວໜ້າພະແນກສຸກເສີນ ໂຮງໝໍມິດຕະພາບ 150 ຕຽງ ລາຍງານໃຫ້ຮູ້ວ່າ: ວັກແຊງທີ່ນຳມາສັກໃນຄັ້ງນີ້, ແມ່ນຊີໂນຟາມ ເຊິ່ງເປັນວັກແຊງທີ່ມີຄຸນນະພາບ, ເປັນວັກແຊງ 1 ໃນ 5 ຊະນິດ ທີ່ອົງການອະນາໄມໂລກ ຮັບຮອງເອົາຄຸນນະພາບ, ພາຍຫລັງໄດ້ຮັບວັກແຊງດັ່ງກ່າວແລ້ວ ມັນຈະສ້າງພູມຄຸ້ມກັນ ໃຫ້ແກ່ຮ່າງກາຍ ສາມາດຕໍ່ສູ້ກັບ ພະຍາດໂຄວິດ-19 ໄດ້, ແຕ່ຜູ້ທີ່ໄດ້ຮັບວັກແຊງ ແມ່ນຍັງມີໂອກາດຕິດເຊື້ອໂຄວິດ-19 ໄດ້ ຖ້າບໍ່ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ. ວັກແຊງຊະນິດນີ້, ພຽງແຕ່ບັນເທົາ ບໍ່ໃຫ້ຕິດເຊື້ອຮຸນແຮງ ແລະ ບໍ່ສາມາດແພ່ເຊື້ອ ໄປໃຫ້ຄົນອື່ນໄດ້.