ບົດຖະແຫຼງຂ່າວ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX
ບົດຖະແຫຼງຂ່າວ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX
ໃນວັນທີ່ 28 ຕຸລາ 2021 ນີ້ວ່າ: ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ຂໍຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄວາມຍິນດີ ແລະ ຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໃສຢູ່ຕ່າງປະເທດ ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
– ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນຈັນ, ວັນທີ 01 ພະຈິກ 2021 ແລະ ຈະດໍາເນີນໄປເຖິງວັນພຸດ ວັນທີ 17 ພະຈິກ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 15 ວັນ, ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ 19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຈຶ່ງຕົກລົງຫລຸດເວລາຈາກ 20 ວັນ ມາເປັນ 15 ວັນ.
– ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື:
ວຽກງານຂອງລັດຖະບານ ແມ່ນຈະໄດ້ຮັບຟັງ
ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022;
ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2021 ແລະ ແຜນການ ປະຈໍາປີ 2022;
ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025);
ບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025).
ວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດແມ່ນຈະໄດ້ຮັບຟັງ
ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ;
ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
ບົດລາຍງານການກວດກາ ຕາມຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019.
ວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແມ່ນຈະໄດ້ຮັບຟັງ
ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ.
ວຽກງານຂອງສະພາແຫ່ງຊາດແມ່ນຈະໄດ້ຮັບຟັງ
ບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022.
ພ້ອມນີ້ຍັງໄດ້ພິຈາລະນາ ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 11 ສະບັບ ໃນນີ້:
ຮ່າງກົດໝາຍສ້າງໃໝ່ 4 ສະບັບ ຄື:
– ຮ່າງ ກົດໝາຍ ວ່າດ້ວຍຍານພາຫະນະທາງບົກ;
– ຮ່າງ ກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ;
– ຮ່າງ ກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ;
– ຮ່າງ ກົດໝາຍ ວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່.
ກົດໝາຍປັບປຸງ 7 ສະບັບ ຄື:
– ກົດໝາຍ ວ່າດ້ວຍລັດຖະບານ;
– ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ;
– ກົດໝາຍ ວ່າດ້ວຍການສ້າງນິຕິກຳ;
– ກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ;
– ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ;
– ກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ;
– ກົດໝາຍ ວ່າດ້ວຍມໍຣະດົກແຫ່ງຊາດ;
ແລະ ພິຈາລະນາຮັບຮອງເອົາ ມະຕິກອງປະຊຸມສະພາແຫ່ງຊາດ ລວມມີ 22 ສະບັບ