by somchan
ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບໄດ້ ມີຄຳເຫັນຊີ້ນຳ ຄະນະອຳນວຍການ, ຄູອາຈານ ແລະ ນັກສຶກສາຢູ່ວິທະຍາຄານ ປກສ ແຫ່ງຊາດ ໃນໂອກາດເຂົ້າຮ່ວມ ພິທີເປີດຊຸດຮຽນ ປະລິນຍາໂທຮຸ່ນທີ 10 , ປະລິນຍາຕີລະບົບກໍ່ສ້າງ ຮຸ່ນທີ 23 ແລະ ປະລິນຍາຕີ ລະບົບຕໍ່ເນື່ອງຮຸ່ນທີ 16 ຂອງວິທະຍາຄານ ປ້ອງກັນຄວາມສະຫງົບແຫ່ງຊາດ ໃນອາທິດຜ່ານມານີ້ ເຊິ່ງທ່ານໄດ້ເນັ້ນໜັກຄະນະອຳນວຍການ ຄູອາຈານ ແລະ ນັກສຶກສາທັງ 3 ລະບົບ ຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ປັບປຸງກໍ່ສ້າງຕົນເອງ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ, ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ເພີ່ມທະວີ ມານະຈິດປະຕິວັັດ, ມີນ້ຳໃຈຫ້າວຫັນ ແລະ ບຸກບືນສູ້ຊົນໃນການສຶກສາຄົ້ນຄວ້າຮ່ຳຮຽນ ເປັນແບບຢ່າງນຳໜ້າໃນການປະຕິບັດລະບຽບວິໄນ ຂອງວິທະຍາຄານເປັນຢ່າງດີ ພ້ອມທັງເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນ ນຳຄູອາຈານທີ່ຖ່າຍທອດສົ່ງຄວາມຮູ້ ທາງດ້ານຕ່າງໆ ເປັນຕົ້ນແມ່ນພາກທິດສະດີ ແລະ ພາກປະຕິບັດຕົວຈິງ
