ກົມໃຫ່ຍການເມືອງ ປກສ ຈັດຕັ້ງປະຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງປາຖະກະຖາ ມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ເອກກະລາດວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຜູ້ນຳທີແສນເຄົາລົບຮັກ ຂອງປະຊາຊົນລາວ ຄົບຮອບ 99 ປີ ໃນວັນທີ 29 ພະຈິກ 2019 ນີ້ ເປັນກຽດເຂົ້າຮ່ວມປາຖະກະຖາໂດຍ ພົຈວ ຄຳກິງ ຜຸຍຫຼ້າມະນີວົງ ຄະນະປະຈຳພັກກົມໃຫ່ຍ ຮອງຫົວໜ້າກົມໃຫ່ຍການເມືອງ ປກສ ມີຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກົມກອງ ອ້ອມຂ້າງກົມໃຫ່ຍການເມືອງ ປກສ ເຂົ້າຮ່ວມຮັບຟັງ.