ສະມາຄົມຈີນ ຢູ່ນະຄອນປາກເຊ ແຂວງຈຳປະສັກ ມອບເງິນຈຳນວນ 200 ລ້ານກີບ ໃຫ້ແຂວງ.
ສະມາຄົມຈີນ ຢູ່ນະຄອນປາກເຊ ແຂວງຈຳປະສັກ ໄດ້ມອບເງິນຈຳນວນ 200 ລ້ານກີບ ໃຫ້ຄະນະສະເພາະກິດປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຂັ້ນແຂວງ. ໃນວັນທີ 28 ເມສາ 2020 ຕາງໜ້າມອບໂດຍທ່ານ ຮົວ ແສງອາລຸນ ປະທານສະມາຄົມຈີນ ແຂວງຈຳປາສັກ ຮັບໂດຍ ທ່ານປອ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ປະທານຄະນະ ສະເພາະກິດ ປ້ອງກັນສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຂັ້ນແຂວງ.