by somda phoneor
ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ມີນັກທ່ອງທ່ຽວລຽນແຖວຊື້ປີ້ລົດໄຟ ເປັນຈຳນວນຫລາຍ ຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບໍ່ມີຫ້ອງນ້ຳຢູ່ນອກອາຄານ ສະຖານີ, ມີກຸ່ມຄົນ, ບຸກຄົນສວຍໂອກາດ ຊື້-ຂາຍປີ້ ເພື່ອຫາກຳໄລ ທີ່ບໍ່ຖືກຕ້ອງເຮັດໃຫ້ມີຫາງສຽງຈົ່ມວ່າຕ່າງໆນາໆ ທັງໃນທາງບວກ ແລະ ທາງລົບ ຂອງສັງຄົມຢູ່ສື່ສັງຄົມອອນລາຍ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ. ຕໍ່ກັບບັນຫາດັ່ງກ່າວ, ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈ້ງ ແລະ ຍອມຮັບຜິດທຸກບັນຫາ ທີ່ມີມູນຄວາມຈິງ ແລະ ພ້ອມທີ່ຈະປັບປຸງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພື່ອເຮັດໃຫ້ການບໍລິການຕ່າງໆ ໂດຍສະເພາະການບໍລິການ ຊື້-ຂາຍ ປີ້ລົດໄຟ ເປັນລະບົບ, ມີຄວາມສະດວກສະບາຍ, ວ່ອງໄວຂຶ້ນກວ່າເກົ່າ. (more…)