ກອງບັນຊາການ ປກສ ເມືອງໄຊທານີ,ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດໃຫ້ຮັບປະກັນໄດ້ສາມຫຼັກການທີ່ເປັນພື້ນຖານ
ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບວ່າ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໄຊທານີ, ພາຍຫຼັງໄດ້ຮັບຄໍາສັ່ງ ຈາກກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ທາງຄະນະພັກ, ຄະນະກອງບັນຊາການ ປກສ ເມືອງກໍໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍຄວາມຮັບຜິດຊອບສູງ