by somchan
ທ້າຍອາທິດຜ່ານມານີ້ ກອງໂຄສະນາ ພະແນກກວດກາ ແລະ ຄວມຄຸມຢາເສບຕິດ ຮ່ວມກັບ ພະແນກຕຳຫລວດຈະລາຈອນ ກອງບັນຊາການ ປກສ ແຂວງເຊກອງ ລົງເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບຈະລາຈອນທາງບົກ ຢູ່ໂຮງຮຽນ ມປາຍ ແຂວງເຊກອງ ໂດຍມີ ພັນໂທ ສຸລິສັກ ຄໍາພາຊິງອາຢີງ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ, ມີຄະນະອໍານວຍການໂຮງຮຽນ, ຂະແໜງການກ່ຽວຂ້ອງ, ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຮັບຟັງ.

ພັນຕີ ນາງ ລັງ ໄຊມີວົງ ຮອງຫົວໜ້າພະແນກກວດກາ ແລະ ຄວມຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ: ຢາເສບຕິດ ມີຜົນຮ້າຍທີ່ເປັນ ອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ບົດບາດກຽດສັກສີ ແລະ ອະນາ ຄົດຂອງຕົນຕົກຕ່ຳ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງທໍາລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນໆ; ຜົນຮ້າຍຕໍ່ຄອບຄົວ ແລະ ຜູ້ຕິດຢາເສບຕິດ ຈະເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍ, ແຕກແຍກເສຍຊື່ສຽງຄອບຄົວ ແລະ ວົງຕະກຸນ, ທໍາລາຍສຸຂະພາບ, ຊີວິດ ແລະ ຊັບສິນ; ຜົນຮ້າຍຕໍ່ສັງຄົມ ຜູ້ຕິດຢາເສບຕິດກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ແລະ ອາຊະຍາກໍາ ທໍາລາຍ ແລະ ຂົ່ມຂູ່ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຜົນຮ້າຍຕໍ່ປະເທດຊາດ ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດຕໍ່ປາຊາຊົນ ເປັນຕົ້ນ ຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ, ຜູ້ຕິດຢາເສບຕິດບໍ່ສາມາດປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບໍ່ສາ ມາດເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດໄດ້. ສ່ວນຜູ້ຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ, ນໍາຢາເສບຕິດຜ່ານ ສປປ ລາວ ຈະຖືກດໍາເນີນຄະດີ ແລະ ລົງໂທດຕາມກົດໝາຍ.
ພ້ອມກັນນີ້, ທ່ານ ພັນຕີ ນາງ ໂລມຄໍາ ລັດຕິວົງ ຫົວໜ້າໜ່ວຍງານ ກອງໂຄສະນາ ພະແນກຕໍາຫລວດຈະລາຈອນ ກອງບັນຊາການ ປກສ ແຂວງ ກໍໄດ້ເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກ ໃຫ້ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການໃຊ້ລົດ-ໃຊ້ຖະໜົນໃຫ້ມີຄວາມປອດໄພເປັນ ຕົ້ນແມ່ນ ການກວດກາສະພາບເຕັກນິກລົດ, ການຮຽນຮູ້ເຖິງປ້າຍເຕືອນ, ປ້າຍຫ້າມ ແລະ ອື່ນໆ ຕາມເສັ້ນທາງ, ເພື່ອຫລຸດຜ່ອນການເກີດອຸບັດເຫດ ແລະ ເປັນການເຕືອນສະຕິໃຫ້ກັບຊາວໜຸ່ມ-ໄວໝຸ່ມ ແລະ ເຍົາວະຊົນ ເນື່ອງຈາກເປັນໄວທີ່ມີຄວາມຢາກຮູ້-ຢາກເຫັນ ແລະ ຢາກລອງເປັນຫລັກ ໂດຍບໍ່ໄດ້ຄໍານຶງເຖິງຜົນເສຍຫາຍທີ່ຈະຕາມມາ ເມື່ອເກີດມີຄວາມຜິດພາດ ຫລື ຂັດຂ້ອງແບບກະທັນຫັນ, ອຸບັດເຫດກໍຈະຕາມມາ ເຊິ່ງມັນໄດ້ພາໃຫ້ເກີດຄວາມເສຍຫາຍ ເປັນຕົ້ນ ພາຫະນະເປ່ເພ, ເສຍຊັບສິນ ແລະ ຮ້າຍແຮງກວ່ານັ້ນອາດເສຍຊີວິດໄດ້.

ພັນຕີ ນາງ ໂລມຄໍາ ລັດຕິວົງ ຍັງໃຫ້ຮູ້ອີກວ່າ: ບັນຫາການເກີດອຸບັດເຫດໃນປັດຈຸບັນ ແມ່ນເກີດຂຶ້ນຫລາຍ ຍ້ອນຄວາມປະໝາດໃນການໃຊ້ລົດ-ໃຊ້ຖະໜົນຂອງຜູ້ຂັບຂີ່ເປັນຕົ້ນ ເມົາແລ້ວຂັບ, ບໍ່ມີໃບອະນຸຍາດຂັບຂີ່, ອາຍຸກະສຽນບໍ່ເຖິງ, ຂັບລົດໄວເກີນກໍານົດ, ບໍ່ປ່ອຍສິດເຊິ່ງກັນ ແລະ ກັນ, ລ່ວງໄຟອໍານາດ, ແຊງທາງໂຄ້ງ-ແຊງບໍ່ຮັບປະກັນ. ສະນັ້ນ ຈຶ່ງຮຽກຮ້ອງມາຍັງນັກຂັບຂີ່ ໃຫ້ມີຄວາມລະມັດລະວັງ ແລະ ຕ້ອງໃສ່ໝວກກັນກະທົບທຸກຄັ້ງໃນເວລາຂີ່ລົດຈັກ ເພື່ອຫລີກລ້ຽງການເກີດອຸບັດເຫດ ແລະ ຜົນເສຍຫາຍທີ່ຈະຕາມມາ.