ກະຊວງປ້ອງກັນຄວາມສະຫງົບລົງເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຄິດກະຊວງແຮງງານແລະສະຫວັດດີການສັງຄົມ
ກະຊວງປ້ອງກັນຄວາມສະຫງົບລົງເຜີຍແຜ່ບັນດາເອກະສານກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດນັບແຕ່ປີ2021-2023 ຢູ່ກະຊວງແຮງງານແລະສະຫວັດດີການສັງຄົມ,ໃນຕອນເຊົ້າວັນທີ 19 ມັງກອນ 2022 ນີ ,ທີ່ກະຊວງແຮງງານແລະສະຫວັດດີການສັງຄົມ,ໂດຍການໃຫ້ກຽດເຜີຍແຜ່ເຊື່ອມຊືມເອກະສໍາຄັນໃນຄັ້ງນີ້ມີ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຄະນະພັກກະຊວງ,ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງແຮງງານແລະສະຫວັດດີການສັງຄົມ, ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.