ລັດຖະບານໃຫ້ສືບຕໍ່ຈັດຕັ້ງປະຕິບັດບາງມາດຕະການໃນຄໍາສັ່ງເລກທີ 06/ນຍ
ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບ ປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ COVID-19 ເຫັນດີໃຫ້ສືບຕໍ່ປະຕິບັດ ຢ່າງເຂັ້ມງວດ
ບາງມາດຕະການ ທີ່ໄດ້ກໍານົດໃນຄໍາສັ່ງ 06/ນຍ ແນໃສ່ສະກັດກັ້ນບໍ່ໃຫ້ການລະບາດ ຂອງພະ ຍາດໂຄ ວິດ-19 ຢູ່ ສປປ ລາວ ກັບຄືນມາແຜ່ລະບາດ
ເປັນຄັ້ງທີ 2.
ທ່ານ ບຸນກອງສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ລາຍງານໃນວັນທີ 15 ພຶດ ສະພາ 2020 ນີ້ວ່າ: ລັດຖະບານເຫັນດີໃຫ້ສືບຕໍ່ປີດຫລາຍກິດຈະການ ເປັນຕົ້ນ ຕະຫລາດກາງຄືນ, ຮ້ານບັນເທິງ,
ຮ້ານກິນ-ດື່ມ (ເຫລົ້າ, ເບຍ ແລະ ສິ່ງມຶນເມົາ),ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍ ຮູບເງົາ, ກາຊິໂນ ແລະການຈັດລາຍການແຂ່ງຂັນກິລາ ທີ່ມີຜູ້ເຂົ້າຊົມຈໍານວນຫລາຍ, ຫ້າມຈັດກິດ
ຈະກໍາຊຸມນຸມ (ບໍ່ເປັນທາງການ), ຊຸມແຊວ ແລະ ງານສັງສັນ,ຫ້າມຈັດງານປະເພນີ ແລະ ງານດອງ ທີ່ ມີຜູ້ເຂົ້າຮ່ວມເກີນ 50 ຄົນ ຊຶ່ງບໍ່ສາມາດຮັກສາ ໄລຍະຫ່າງເກີນກວ່າ 1 ແມັດໄດ້ແລະ ມີຄວາມສ່ຽງ | ຕໍ່ການຕິດເຊື້ອ.
ພ້ອມນັ້ນ,ຍັງໃຫ້ສືບຕໍ່ປີດດ່ານປະເພນີ, ດ່ານທ້ອງຖິ່ນແລະ ດ່ານສາກົນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະ ກິດ, ສືບຕໍ່ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປ ທີ່ເດີນທາງມາຈາກ ຫລື ຜ່ານປະເທດ ທີ່ຍັງມີການລະບາດຂອງພະຍາດ COVID-19, ຍົກເວັ້ນແຕ່ ສໍາລັບນັກການທູດ, ຊ່ຽວຊານ, ວິຊາ ການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະ ຮີບດ່ວນເຂົ້າມາປະຕິບັດວຽກງານ ຢູ່ ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສໍາຄັນ ແລະ ຈໍາເປັນ, ແຕ່ຕ້ອງ ປະຕິບັດ ມາດຕະການຕ່າງໆ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ, ກໍລະນີມີການລະເມີດ ຈະຖືກ ດໍາເນີນມາດ ຕະການຕາມກົດຫມາຍ ແລະລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ.