ຄະນະສະເພາະກິດຈັດສັນຄວາມເປັນລະບຽບຮຽບຮ້ອຍ ນະຄອນຫຼວງວຽງຈັນ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ບ້ານຫົວຂົວເມືອງໄຊເຊດຖາ
ໃນວັນທີ 23 ກັນຍາ 2020 ນີ້ ຄະນະສະເພາະກິດຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ນະຄອນຫຼວງວຽງຈັນ ໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ບ້ານຫົວຂົວ ເມືອງໄຊເຊດຖາ ໂດຍການນຳພາຂອງທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເຊດຖາ ພ້ອມດ້ວຍຄະນະສະເພາະກິດຈາກພາກສ່ວນຕ່າງໆ.
ການລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ບ້ານຫົວຂົວ ໃນຄັ້ງນີ້ ຄະນະສະເພາະກິດໄດ້ມີການແນະນຳຕັກເຕືອນ ແລະ ສືກສາອົບຮົມ ບັນດາຜູ້ປະກອບການທຸລະກິດ ຊາວຄ້າ-ຂາຍ ໃຫ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ ເປັນຕົ້ນແມ່ນບໍ່ໃຫ້ເອົາສີນຄ້າມາວາງຂາຍຕາມຂອບທາງ ຫຼື ທາງຄົນຢ່າງ ທີ່ເປັນການກິດຂວາງການສັນຈອນ ພ້ອມທັງໃຫ້ຮັກສາຄວາມສະອາດຈົບງາມ ນອກນີ້ທາງຄະນະສະເພາະກິດ ຍັງໄດ້ເຮັດບົດບັນທືກກ່າວເຕືອນຜູ້ປະກອບການ ທີ່ມີການລະເມີດລະບຽບຫຼັກການ ຖ້າຫາກຍັງມີການຝ່າຝືນອີກແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ.
ສຳລັບຢູ່ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ມີຫົວໜ້າທຸລະກິດທັງໝົດ 8,383 ຫົວໜ່ວຍ, ຕະຫຼາດ 10 ແຫ່ງ ສູນການຄ້າ 5 ແຫ່ງ ໃນໄລຍະຜ່ານມາຄະນະສະເພາະກິດ ໄດ້ລົງຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນຕະຫຼາດຕິດຕາມເກັບກຳລາຄາສີນຄ້າ ແລະ ເຮັດບົດບັນທືກກັບຊາວຄ້າ-ຂາຍ ທີຂາຍເຄືອງຕາມແຄມທາງຢ່າງເປັນປະຈຳ ແຕ່ກະຍັງມີຜູ້ປະກອບການຈຳນວນໜື່ງ ມີການຝ່າຝືນ ອັນໄດ້ສ້າງຜົນກະທົບ ໃຫ້ກັບສັງຄົມ. ດັ່ງນັ້ນຈຳເປັນຕ້ອງໃຊ້ມາດຕະການທາງດ້ານກົດໝາຍຕໍ່ກັບຜູ້ລະເມີດເພື່ອຄວາມສະຫງົບ ແລະ ເປັນລະບຍບຮຍບຮ້ອຍ.