ມອບພົນລະເມືອງ ທີ່ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ (ມ່ຽນມາ)
ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ມອບພົນລະເມືອງ ທີເຂົ້າເມືອງຜິດກົດໝາຍ ໃຫ້ເຈົ້າໜ້າທີ ຕມ ປະຈຳດ່ານ ຊຽງກົກ ເຂດຊຽງລາບ ປະເທດມຽ່ນມາ ໃນວັນທີ 27 ກັນຍາ ໂດຍການມອບຂອງ ພັຕ ແອສະຫວັນ ທີບພະຍອດແກັວ ຮອງຫົວໜ້າພະແນກ ສັນຕິບານ ປກສ ເມືອງ ສິງ ພ້ອມດ້ວຍຄະນະ ແລະ ກ່າວຮັບຮອງ ພັຕ ກຳແກ້ວ ວົງຕະວະ ຮອງຫົວໜ້າດ່ານ ຕມ ຊຽງກົກ ເຂດຊຽງລາບ ປະເທດມ່ຽນມາ ພ້ອມດ້ວຍຄະນະ