ບໍລິສັດມາລີມາ ແລະ ສະມາຄົມສາມະຄີເພື່ອຄວາມດີ ມອບເຄື່ອງໃຫ້ກົມສື່ມວນຊົນ ປກສ ລວມມູນຄ່າ 1 ຮ້ອຍກວ່າລ້ານກີບ
ໃນວັນທີ 9 ຕຸລາ 2020 ນີ້, ບໍລິສັດມາລີມາ ແລະ ສະມາຄົມສາມະຄີເພື່ອຄວາມດີ ໄດ້ນຳເອົາກ້ອງບັນທຶກວີດີໂອ ຈຳນວນ 4 ໜ່ວຍ ແລະ ເຂົ້າສານຈຳນວນ 10 ເປົາ ລວມມູນຄ່າ 1 ຮ້ອຍກວ່າລ້ານກີບ ມອບໃຫ້ກົມສື່ມວນຊົນປ້ອງກັນຄວາມສະຫງົບ, ມອບໂດຍທ່ານ ແຊ໋ກ ມາລີມາ ປະທານບໍລິສັດມາລີມາ, ຮັບໂດຍ ພົນຈັດຕະວາ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ, ມີພັນເອກ ເພີນຄຳ ແສງດາລາ ຫົວຫນ້າກົມສື່ມວນຊົນ ປ້ອງກັນຄວາມສະຫງົບ ພ້ອມຄະນະເຂົ້າຮ່ວມ.
ໂອກາດນີ້ ພົນຈັດຕະວາ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຂອບໃຈຕໍ່ທ່ານແຊ໋ກມາລີມາ ປະທານບໍລິສັດມາລີມາ ທີ່ໄດ້ມອບເຄື່ອງອຸປະຖຳໃນຄັ້ງນີ້. ເຄື່ອງຈຳນວນດັ່ງກ່າວແມ່ນຈະນຳໄປໜູນໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມສື່ມວນຊົນ ປກສ.