ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ພະຈິກ 2020
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະ ຈິກ 2020 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ຕ່າງໆ ທີ່ພົວພັນເຖີງການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ຂອງສັງຄົມ
ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ. ຕໍ່ສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ ເປັນຕົ້ນ ຢາເສບຕິດ ແລະ ແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ, ເພີ່ມທະວີການຕິດຕາມກວດກາສື່ສັງຄົມອອນລາຍ ທີ່ອອກຂ່າວບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ, ສື່ມວນຊົນລາວ ຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອໃຫ້ຂໍ້ມູນຖືກຕ້ອງ ແລະ ຊັດເຈນແກ່ສັງຄົມຢ່າງທັນການ.
ກອງປະຊຸມ ຮັບຊາບການລາຍງານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດ ໂຄວິດ 19, ການກວດພົບຜູ້ຕິດເຊື້ອໃໝ່ທີ່ເດີນທາງມາຈາກຕ່າງປະເທດ ແລະ ເຫັນດີຕໍ່ທິດທາງແຜນການໃນຕໍ່ໜ້າໂດຍ,ໄດ້ຊີ້ນໍາໃຫ້ຄະນະສະເພາະກິດ ສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ເພື່ອຮັບປະກັນບໍ່ໃຫ້ມີການລະບາດຮອບ 2; ໄດ້ຄົ້ນຄັວາ, ປືກສາຫາລື, ພິຈາລະນາ ວຽກງານທີ່ສຳຄັນຂອງຊາດຕື່ມອີກ ຫຼາຍບັນຫາ, ພ້ອມນີ້ກໍ່ໄດ້ ວາງທິດທາງແຜນການແຜນງານວຽກງານຈຸດສຸມ ໃນເດືອນ ທັນວາ 2020 ໂດຍໄດ້ຊີ້ນຳໃຫ້ບັນດາຂະແໜ່ງການຕ່າງໆນັບແຕ່ສູນກາງລົງຮອດທ້ອງຖິນ, ເພີມທະວີຄວາມຮັບຜິດຊອບແຕ່ລະວຽກງານທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ