ພິທີມອບໃບຢັ້ງຢືນໃຫ້ 16 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019
ວັນທີ 18 ທັນວາ 2020 ກອງບັນຊາການ ປກສ ແຂວງ ວຽງຈັນໄດ້ຈັດພິທີມອບໃບຢັ້ງຢືນໃຫ້ 16 ໜ່ວຍພັກ ທີ່ຂື້ນກັບເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ໂດຍພາຍໄຕ້ການເປັນປະທານຂອງ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກບັນດາຫ້ອງ, ກອງພັນ, ຄ້າຍຂຸມຂັງ-ດັດສ້າງ, ແຂກຖຶກເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ .
ສະຫາຍ ພັທ ຄຳແຝງ ສີມູນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດັຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ເຊີ່ງຄະນະປະຈຳພັກແຂວງ ໄດ້ຕົກລົງຮັບຮອງເອົາຈຳນວນ 16 ໜ່ວຍພັກ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ໃນນີ້ມີ ໜ່ວຍພັກພະແນກຈັດຕັ້ງ-ນະໂຍບາຍ, ໜ່ວຍພັກພະແນກບໍລິຫານ-ໂຄສະນາ, ໜ່ວຍພັກພະແນກພັກ-ກວດກາປ້ອງກັນກຳລັງ, ໜ່ວຍພັກພະແນກ 200, ໜ່ວຍພັກພະແນກ 208, ໜ່ວຍພັກພະແນກ 201-202 ແລະ 203, ໜ່ວຍພັກພະແນກ 210, ໜ່ວຍພັກພະແນກຕໍາຫຼວດສິ່ງແວດລ້ອມ,ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໜ່ວຍພັກພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ໜ່ວຍພັກພະແນກຈະລາຈອນ, ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ, ໜ່ວຍພັກພະແນກສຶບສວນ-ສອບສວນ, ໜ່ວຍພັກສຶບຂ່າວ,ໜ່ວຍພັກ ຮາກຖານຫ້ອງການ ກອງບັນຊາການ ແລະ ໜ່ວຍພັກ ຮາກຖານຫ້ອງ 504
ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ຄັ້ງນີ້ ໂດຍສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມນັ້ນສະຫາຍຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຂອງໜ່ວຍພັກ ຈົນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ແລະ ໄດ້ຮຽກຮ້ອງໃຫ້ 16 ໜ່ວຍພັກ ຈົ່ງພ້ອມກັນຕັ້ງໜ້າຮັກສາມູນເຊື້ອຂອງໜ່ວຍພັກໄວ້ໃຫ້ໜັ້ນຄົງຕະຫຼອດໄປສ່ວນໝ່ວຍພັກທີ່ຍັງບໍ່ທັນໄດ້ຮັບຮອງກໍ່ຕ້ອງໄດ້ສືບຕໍ່ກໍ່ສ້າງ, ປັບປຸງໃຫ້ດີຂື້ນ ແລະ ສູ້ຊົນໃຫ້ໄດ້ຮັບຮອງໃນຕໍ່ໜ້າ. ຂ່າວຍັງໃຫ້ຮູ້ຕື່ມວ່າ:
ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດທົ່ວກອງບັນຊາການ ປກສ ແຂວງວຽງຈັນ ໂດຍ ການເປັນປະທານຂອງ ພົຈວ ປອ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ , ມີຕາງໜ້າຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ກອງບັນຊາການ ປກສ ເມືອງ, ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.
ພັທ ພິທູນ ວົງສະຫວ່າງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ ຜູ້ທີມີມາດຖານເງື່ອນໄຂ ແລະ ຜົນງານຕົວຈີງໃນການຝືກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ມີຄຸນສົມບັດດີ ມີຄວາມຮູ້ຄວາມສາມາດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ມີທັງໝົດ 58 ສະຫາຍ, ຍິງ 11 ສະຫາຍ ໃນນີ້ເລຶ່ອນຊັ້ນ ພັຕ ຂຶ້ນ ພັທ ຈຳນວນ 6 ສະຫາຍ, ຮອ ຂຶ້ນ ພັຕ ຈຳນວນ 12 ສະຫາຍ, ຮທ ຂຶ້ນ ຮອ ຈຳນວນ 42 ສະຫາຍ
ໃຫ້ກຽດປະດັບຊັ້ນໂດຍ ພົຈວ ປອ ທອງເຄນບຸນໝັ້ນ ພ້ອມນີ້ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ໃນຄັ້ງນີ້ ພ້ອມ ຮຽກຮ້ອງໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍຂື້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ – ລັດ ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້.