ແຈ້ງການ: ການປັບປຸງຄຸນນະພາບໜັງສືພິມຄວາມສະຫງົບ ໃຫ້ມີຄວາມທັນສະໄຫມ
ອີງຕາມ: ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ, ສະບັບເລກທີ ຂອງປກສ ລົງວັນທີ 6 ພະຈິກ 2020 ວ່າດ້ວຍການອະນຸມັດໃຫ້ກົມສື່ມວນຊົນ ປກສ ປັບປຸງຄຸນນະພາບຫນັງສືພິມປ້ອງກັນຄວາມສະຫງົບ ໃຫ້ມີຄວາມທັນສະໄຫມ,
ກົມສື່ມວນຊົນປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງການມາຍັງ ບັນດາອົງການຈັດຕັ້ງພັກ-ລັດ, ບໍລິສັດຫ້າງຮ້ານ ແລະ ຜູ້ອ່ານຫນັງສືພິມປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດຊາບວ່າ ໜັງສືພິມຄວາມສະຫງົບ ຈະໄດ້ປັບປຸງໃຫ້ມີຄວາມທັນສະໄຫມ ແລະ ກະທັດຣັດ ຈາກຂະຫນາດ 375 ຊມ ມາເປັນຂະຫນາດ 37x53 ຊຸມ (ເທົ່າກັບເຈ້ຍ A3 ) ນັບແຕ່ວັນທີ 4 ມັງກອນ 2020 ເປັນຕົ້ນໄປ.