ກອງປະຊູມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ຄັ້ງທີ 2 ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ
ກອງປະຊູມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ຄັ້ງທີ 2 ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການໄດ້ຈັດຂື້ນ ໃນວັນ 10 ກຸມພາ 2021ນີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລັງທືນ, ທ່ານ ຈອນ ເພັຍເຊີນ Jonh Pearson, ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ແລະ ດຣ ນາງ ເພຍ ເຣເບນໂລບຣິໂຕຜູ້ຕາງໜ້າອົງການສະຫະປະຊາດສໍາລັບເດັກ ປະຈຳລາວ ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກຈາກບັນດາແຂວງທົ່ວປະເທດແລະຂະແໜງການທີ່ກ່ຽວຂອງເຂົ້າຮ່ວມ.
ທ່ານ ນາງສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລັງທຶນໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ກອງປະຊູມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ຄັ້ງທີ 2 ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ ແມ່ນເພື່ອສ້າງຖານຂໍ້ມູນຕ່າງໆທີ່ຕິດພັນກັບວຽກໂພຊະນາການ ເຂົ້າໃນການຮັບໃຊ້ໃນການວິໄຈ ແລະ ຕິດຕາມຄວາມຄືບໜ້າຂອງວຽກງານໂພຊະນາການ ພ້ອມທັງກຳນົດນະໂຍ ບາຍດ້ານໂພຊະນາການໃຫ້ມີຄວາມສອດຄ່ອງ ແລະ ສະຫນັບສະຫນູນຕາມນະໂຍບາຍແຜນງານຂໍ້ມູນຂອງຄະນະກໍາມະການແຫ່ງຊາດດ້ານໂພຊະນາການ ເຊິ່ງໂຄງການດັ່ງກ່າວເຫັນວ່າມີບົດບາດສຳຄັນ ທີ່ຈະຊ່ວຍສ້າງຄວາມອາດສາມາດໃນດ້ານການຄຸ້ມຄອງ ແລະ ວິໄຈຂໍ້ມູນຂ່າວສານດ້ານໂພຊະນາການ ເພື່ອສາມາດປະເມີນ ແລະ ສ້າງນະໂຍບາຍຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ. ພ້ອມກັນນັ້ນ, ກໍ່ຈະເປັນການສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ເປົ້າໝາຍຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ແລະ ເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030. ມາຮອດປະຈຸບັນ ໂຄງການດັ່ງກ່າວກໍ່ໄດ້ຖືກຈັດຕັ້ງປະຕິບັດເປັນປີທີ 3 ແລ້ວ ແລະ ກໍ່ໄດ້ມີຜົນສຳເລັດ ແລະ ຄວາມຄືບໜ້າໃນຫຼາຍດ້ານ.