ກອງໂຄສະນາຈະລາຈອນ ປກສ ແຂວງບໍລິຄໍາໄຊ ລົງເຜີຍແຜ່ລະບຽບການສັນຈອນ ຕາມທ້ອງຖະຫນົນຫຼວງ
ໃນລະຫວ່າງວັນທີ 9-12 ກຸມພາ 2021 ນີ້ ກອງໂຄສະນາພະແນກຕຳຫຼວດ ຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ສົມທົບຫນ່ວຍງານຕໍາຫຼວດຈາລະຈອນ ປກສ ເມືອງ ປາກຊັນ ລົງເຜີຍແຜ່ລະບຽບການສັນຈອນ ຕາມທ້ອງຖະຫນົນຫຼວງໃຫ້ນ້ອງນັກຮຽນບັນດາ ໂຮງຮຽນ ພາຍໃນເທດສະບານ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊີ່ງນໍາພາທິມງານໂດຍ ພັຕ ສີສົມພອນ ສີມາລາວົງ ຫົວຫນ້າກອງໂຄສະນາ ພະແນກ ຈາລະຈອນ ປກສ ແຂວງບໍລິຄໍາໄຊ ມີບັນດາຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.