ພົທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ລົງເຄື່ອນໄຫວ,ພະນັກງານຫຼັກແຫຼ່ງ ຢູ່ ກອງພົນທີ 2.
ວັນທີ 22 ກຸມພາ 2021 ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວຫນ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງພົນທີ 2, ກອງທັບປະຊາຊົນລາວ ຢູ່ແຂວງໄຊຍະບູລີ ໂດຍການຕ້ອນຮັບ ຂອງ ພັນເອກ ວຽງແກ້ວ ສີສຸລາດ ຫົວຫນ້າການເມືອງກອງພົນທີ 2 , ມີບັນດາຄະນະຫ້ອງ , ພະແນກການ, ຄະນະພັກ – ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນໂອກາດນີ້, ພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນຫນັກໃຫ້ຄະນະພັກ – ຄະນະບັນຊາ ກອງພົນທີ 2 ຈົ່ງສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານນັກຮົບໃຫ້ມີຄຸນທາດການເມືອງຫນັກແຫນ້ນ ມີຄຸນສົມບັດ ສິນທໍາປະຕິວັດ ຍົກສູງນໍ້າໃຈຮັກຊາດ ຮັກລະບອບໃຫມ່ ຍຶດຫມັ້ນໃນອຸດົມການຂອງພັກ, ເຊື່ອຫມັ້ນຕໍ່ອຸດົມການສັງຄົມນິຍົມ, ເອົາໃຈໃສຝຶກແອບຮໍ່າຮຽນສິນລະປະ ຢຸດທະວິທີໃຫ້ມີຄວາມຊໍານິຊໍານານ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ອິດທິກໍາລັງປໍລະປັກ, ເອົາໃຈໃສ່ຊີ້ນໍາພະນັກງານຫັນລົງກໍ່ສ້າງຮາກຖານເມືອງ ເພື່ອເກັບກໍາສະພາບຫນໍ່ແຫນງປະກົດການຫຍໍ້ທໍ້ຕ່າງໆ ຕິດພັນກັບພາລະກິດການເຄື່ອນໄຫວປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍົກສູງນໍ້າໃຈເປັນເຈົ້າຕົນເອງ ບົນພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນອກຈາກນີ້ ພົນໂທ ສຸວອນ ເລືອງບຸນມີ ພ້ອມຄະນະ ໄດ້ລົງຢຽມຢາມເບິ່ງການກໍ່ສ້າງອາຄານຫ້ອງການຂອງກອງພັນ 409 ຕື່ມອີກ.