ພິທີມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໃຫ້ 2 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານພະແນກ ປທສ ແຂວງອຸດົມໄຊ
ໃນທ້າຍອາທິດຜ່ານານີ້, ຢູ່ທີ່ພະແນກ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໃຫ້ 2 ໜ່ວຍພັກທີຂຶ້ນກັບ, ໂດຍການເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ກຳມະການພັກແຂວງ ຮອງເຈົ້າແຂວງອຸດົມໄຊ, ມີແຂກເຊີນ ແລະ ສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ ຕ່າງໜ້າໜ່ວຍພັກພະແນກ ໄປສະນີ, ໂທລະຄົມມະນາຄົບ ແລະ ການສື່ສານ ກັບບໍລິສັດຄົມມະນາຄົມ ມະຫາຊົນ ໄດ້ຜັດປ່ຽນກັນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໄສ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ຕີລາຄາສະພາບການຈັດຕັ້ງຊີ້ນຳ-ນຳພາ ຂອງຄະນະພັກໃນໄລຍະຜ່ານມາ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິ ໄດ້ນຳພາດຳເນີນຊີວິດການເມືອງ ຕິດພັນກັບການ ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ເຮັດໃຫ້ສະມາຊິກພັກ ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເປັນເອກະພາບສູງຕໍ່ການນຳພາຂອງຄະນະພັກ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ ຕາມຫຼັກການນຳພາຂອງພັກ ຈາກນັ້ນ ທ່ານ ນ.ລີຈັນ ສີສຸທຳ ກໍ່ໄດ້ຜ່ານມະຕິຕົກລົງມອບໃບຢັ້ງຢືນໃຫ້ແກ່ 2 ໜ່ວຍພັກທີ່ຂຶ້ນກັບພະແນກ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອຸດົມໄຊ ໃນນີ້ມີໜ່ວຍພັກພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໜ່ວຍພັກບໍລິສັດ ຄົມມະນາຄົມມະຫາຊົນ.
ຕອນທ້າຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ໄດ້ໂອ້ລົມເນັ້ນໜັກໃຫ້ພ້ອມກັນເອົາໃຈໃສ່ຍົກສູງຄວາມເປັນເຈົ້າການໃນການ ນໍາພາຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຮັບປະກັນ, ເປັນເຈົ້າການປະຕິບັດລະບຽບຂອງພັກ, ເຄື່ອນໄຫວເຮັດໜ້າທີ່ໃຫ້ມີຄວາມຖືກຕ້ອງໂປ່ງໃສ.