ລັດຖະມົນຕີຊ່ວຍວ່າການກະຊວງ ປກສ ຕ້ອນຮັບ ການເຂົ້າພົບປະຢ້ຽມຢາມຂອງປະທານອົງການ ສາກົນເພື່ອຊາວອົບພະຍົບ
ທ່ານ ພົຈວ ກົງທອງ ພົງວິຈິດ ລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນຄວາມສະຫງົບໄດ້ຕ້ອນຮັບການເຂົ້າພົບປະແລະ ຢ້ຽມຂ່ຳນັບຂອງທ່ານວິນລຽມ ແລນຊີສະວິງ ປະທານອົງ ການສາກົນເພື່ອຊາວອົບພະຍົບພ້ອມຄະນະ ໃນວັນທີ 29 ກໍລະກົດນີ້ ທີ່ກະຊວງປ້ອງກັນຄວາມສະຫງົບ, ໃນການພົບ ປະຄັ້ງນີ້ທັງສອງຝ່າຍໄດ້ປືກສາຫາລືກ່ຽວກັບການພົວພັນ ຮ່ວມມືລະຫວ່າງກະ ຊວງປ້ອງກັນສະຫງົບລາວ ແລະອົງ ການສາກົນເພື່ອຊາວອົບພະຍົບເປັນຕົ້ນແມ່ນວຽກງານເຄື່ອນ ຍ້າຍຖິ່ນຖານ, ການຕັ້ງພູມເລົາເນົາ, ການເຂົ້າ-ອອກເມືອງ ຜິດກົດໝາຍ, ການສະກັດກັ້ນແລະ ຕ້ານການຄ້າມະນຸດ. ປະທານອົງການສາ ກົນເພື່ອຊາວອົບພະຍົບໄດ້ສະເໜີໃຫ້ຝ່າຍກະຊວງປ້ອງກັນຄວາມສະຫງົບລາວມີການພົວພັນຮ່ວມມືແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ເພື່ອເປັນການສົ່ງເສີມການຮ່ວມມືລະຫວ່າງສອງຝ່າຍກ່ຽວກັບການກວດກາຄົນເຂົ້າ-ອອກເມືອງ ແລະ ວຽກງານຕ້ານສະກັດກັ້ນການຄ້າມະນຸດໃຫ້ປະກົດຜົນເປັນຈິງ ພ້ອມທັງຈະຊ່ວຍສະໜັບສະໜູນກະຊວງປ້ອງກັນສະຫງົບລາວໃນດ້ານຕ່າງໆ ໂດຍສະເພາະແມ່ນດ້ານການພັດທະນາບຸກຄະລາກອນໃຫ້ມີຄວາມຊຳນິຊຳນານໃນວຽກງານວິຊາສະເພາະຂຶ້ນກ່ວາເກົ່າ.
ໂອກາດນີ້ ທ່ານ ພົຈວ ກົງທອງ ພົງວິຈິດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະສະແດງຄວາມຂອບໃຈນຳທ່ານ ວິນລຽມ ແລນຊີສະວິງ ທີ່ເຫັນໄດ້ຄວາມສຳຄັນໃນການປະຕິບັດວຽກງານດັ່ງກ່າວຂອງກຳລັງປ້ອງກັນສະຫງົບລາວ ເຊິ່ງຈະໄດ້ນຳເອົາບັນດາຄຳສະເໜີຕ່າງໆໄປສ້າງເປັນແຜນການເຄື່ອນໄຫວຂອງກະຊວງປ້ອງກັນສະຫງົບລາວ ແລະ ເຊື້ອໜັ້ນວ່າການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງຝ່າຍຈະສາມາດແກ້ໄຂການເຂົ້າ-ອອກເມືອງຜິດກົດໝາຍ, ຕ້ານສະກັດກັ້ນບັນຫາການຄ້າມະນຸດ, ຊ່ວຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃນ ສປປລາວ ກໍ່ຄືບັນດາປະເທດພາກພື້ນໃຫ້ຫຼຸດໜ້ອຍຖອຍລົງ.