ວັນທີ 12 ເມສາ 2021 ນີ້ ລາວ ກວດພົບເຊື້ອພະຍາດໂຄວິດ 19 ເພີ່ມຂື້ນຕື່ມ 1 ກໍລະນີ
ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງປະຈໍາວັນທີ 12 ເມສາ 2021 ນີ້ ໃຫ້ຮູ້ວ່າ: ໃນວັນທີ 11 ເມສາ 2021 ນີ້ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 885 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ຄື: ເປັນເພດຊາຍ, ອາຍຸ 48 ປີ, ສັນຊາດ: ອົດສະຕາລີ, ອາຊີບ: ພະນັກງານ ຜູ້ກ່ຽວແຂງແຮງດີ, ບໍ່ມີອາການຫຍັງສະແດງ ແລະ ຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດ COVID-19 ເທື່ອ.
ກ່ອນເດີນທາງມາ ສປປ ລາວ ໄດ້ກວດຊອກຫາເຊື້ອ COVID-19 ໃນວັນທີ 8 ເມສາ 2021 ຢູ່ປະເທດອີີຣັກ, ຜົນກວດແມ່ນບໍ່ພົບເຊື້ອ. ວັນທີ 9 ເມສາ 2021 ເດີນທາງຈາກສະໜາມບິນ ໂດຮາ, ປະເທດອີຣັກ ຫາ ສະໜາມບິນ ກູລາລໍາເປີ ປະເທດມາເລເຊຍ ແລະ ມາຮອດ ສປປ ລາວ ໃນວັນທີ 11 ເມສາ 2021, ໄດ້ເກັບຕົວຢ່າງເພື່ອກວດ, ວິເຄາະຫາເຊື່ອຜົນກວດຢັ້ງຢືນ ພົບເຊື້ອ COVID-19, ປະຈຸບັນ ຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍມິດຕະພາບ, ເຊິ່ງມີຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ, ພ້ອມດຽວກັນຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 143,481 ຕົວຢ່າງ, ກວດພົບເຊື້ອສະສົມ 52 ຄົນ.