ຮອງນາຍົກລັດຖະມົນຕີຖະແຫຼງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຖະແຫຼງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນຈັນ, ວັນທີ 12 ເມສາ 2021 ນີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຊິ່ງທ່ານໄດ້ກ່າວວ່າ: ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ ! ໃນປີຜ່ານມານີ້ ບັນດາປະເທດໃນທົ່ວໂລກ, ລວມທັງ ສປປ ລາວ ໄດ້ປະເຊີນກັບ “ ການລະບາດຢ່າງຮ້າຍແຮງຂອງພະຍາດ COVID-19 ” ເຊີ່ງໄດ້ແຜ່ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ.
ເພື່ອຮັບມືກັບສະພາບການດັ່ງກ່າວ ລັດຖະບານ ໄດ້ກະກຽມຄວາມພ້ອມ ແລະ ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ໄດ້ທົບທວນ ແລະ ປັບປຸງໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດເປັນແຕ່ລະໄລຍະ; ທຸກພາກສ່ວນໃນສັງຄົມ ໄດ້ເປັນເຈົ້າການໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆເຫຼົ່ານັ້ນຢ່າງເຂັ້ມງວດ, ພ້ອມກັນນີ້ ກໍໄດ້ຮັບການຊ່ວຍເຫຼືອ ສະໜັບສະໜູນຈາກສັງຄົມ, ອົງການຈັດຕັ້ງ ແລະ ບັນດາປະເທດເພື່ອນມິດ ຈຶ່ງເຮັດໃຫ້ພວກເຮົາສາມາດເອົາຊະນະສັດຕູ ໂຕຮ້າຍກາດນີ້ໄດ້ ໃນລະດັບໃດໜຶ່ງ ເຊິ່ງສະແດງອອກ ບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ພາຍໃນປະເທດ ເລີ່ມແຕ່ກາງເດືອນ ເມສາ 2020 ເປັນຕົ້ນມາ. ໄປຄຽງຄູ່ກັນນີ້ ລັດຖະບານ ກໍ່ໄດ້ຈັດຕັ້ງສັກຢາວັກຊິນ ໃຫ້ກຸ່ມເປົ້າໝາຍ, ມາປະຈຸບັນ ໄດ້ສຳເລັດເຂັມທີ 1 ຈຳນວນ 140.000 ກວ່າຄົນ ແລະ ເຂັມທີ 2 ໄດ້ເກືອບ 28.000 ຄົນ.
ມາຮອດປັດຈຸບັນ ຢູ່ ສປປ ລາວ ໄດ້ມີຜູ້ຕິດເຊື້ອສະສົມ ລວມທັງໝົດ 52 ຄົນ ລວມທັງຜູ້ຕິດເຊື້ອໃໝ່ 2 ກໍລະນີ ທີ່ມີການຢັ້ງຢືນຜົນກວດວິເຄາະວ່າຕິດເຊື້ອໃນວັນທີ 11 ເມສາ 2021 ເຊິ່ງເປັນການພົບຜູ້ຕິດເຊື້ອພາຍໃນປະເທດ ເປັນຄັ້ງທຳອິດໃນໄລຍະ 1 ປີຜ່ານມາ ແລະ ອີກ 1 ກໍລະນີໃຫມ່ ທີ່ມີການຢັ້ງຢືນຜົນກວດວິເຄາະວ່າຕິດເຊື້ອ ໃນວັນທີ 12 ເມສາ 2021 ນີ້. ໃນນີ້ ປີ່ນປົວຫາຍດີ 47 ຄົນ ແລະ ຍັງສືບຕໍ່ປິ່ນປົວ 5 ຄົນ.
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວອີກວ່າ: ອີງໃສ່ສະພາບການລະບາດ ຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດ ທີ່ີມີຊາຍແດນຕິດຈອດກັບປະເທດເຮົາ, ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ, ດັ່ງນັ້ນ ແຕ່ນີ້ ຕໍ່ໄປ ພວກເຮົາຕ້ອງພ້ອມກັນມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດເຂັ້ມງວດໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຄື: ສືບຕໍ່ປະຕິບັດຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ; ໂດຍສະເພາະ ຄຳສັ່ງເພີ່ມຕື່ມ ກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ຫາ ທ້າຍເດືອນເມສາ. ຈັດຕັ້ງການສັກວັກຊີນກັນພະຍາດ COVID-19 ຢ່າງຮີບດ່ວນ ໂດຍສະເພາະສຸມໃສ່ສັກໃຫ້ກຸ່ມອາຊີບທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້. ສະນັ້ນ ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ; ເຊິ່ງຫຼາຍປະເທດໃນໂລກກໍ່ໄດ້ນຳໃຊ້. ຜ່ານການສັກຢາວັນຊີນ ໃຫ້ກຸ່ມເປົ້າໝາຍໃນໄລຍະຜ່ານມາ ບໍ່ມີການລາຍງານກ່ຽວກັບຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ. ພ້ອມກັນນີ້ ກໍ່ສະເໜີໃຫ້ພາກທຸລະກິດ ເປັນເຈົ້າການປະກອບສ່ວນສະໜັບສະໜູນແຜນການສັກວັກຊີນ ໂດຍຜ່ານກະຊວງສາທາລະນະສຸກ. ເພີ່ມທະວີການຕິດຕາມ, ກວດກາບໍລິເວນລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລັກລອບເຂົ້າປະເທດ ຂອງພົນລະເມືອງລາວ ແລະ ຊາວຕ່າງຊາດ ໂດຍສະເພາະ ຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍ ມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດ ກຳນົດໄວ້ ໃຫ້ຄົບ 14 ວັນ ຕາມລະບຽບການ. ພ້ອມກັນນີ້, ກໍ່ຈະປະຕິບັດມາດຕະການ ເດັດຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ; ສືບຕໍ່ໂຄສະນາຂໍ້ມູນຂ່າວສານ ແລະ ປຸກລະດົມ ໃຫ້ປະຊາຊົນເພີ່ມທະວີໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ປັບປຸງມາດຕະຖານສູນຈຳກັດບໍລິເວນ, ກວດວິເຄາະຫາເຊື້ອພະຍາດ ໃນກຸ່ມຄົນທີ່ມີອາການສົງໃສ ແລະ ມີຄວາມສ່ຽງ.