ບົດຖະແຫຼງຂ່າວພິເສດ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນເສົາ ວັນທີ 17 ເມສາ 2021
ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວປະຈຳມື້ວັນເສົາ ວັນທີ 17 ເມສາ 2021ວ່າ:
ການເຝົ້າລະວັງ COVID-19 ຢູ່ ສປປ ລາວ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 41 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,643 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ສະເພາະ ໃນວັນທີ 16 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 369 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 4 ຄົນ, ຄື: ກໍລະນີຢັ້ງຢືນທີ 55 ເປັນເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ບາງກອກ ປະເທດໄທ. ຄອບຄົວ: ມີລູກສາວ ອາຍຸ 1 ປີ 10 ເດືອນ ແລະ ຜົວ ຍັງເຮັດວຽກຢູ່ຮ້ານອາຫານຢູ່ບາງກອກ. ທີ່ຢູ່ປະຈຸບັນ: ເມືອງຫີນບູນ, ແຂວງຄຳມ່ວນ. ປະຫວັດການເຄື່ອນໄຫວ: ວັນທີ 14ເມສາ 2021 ຜູ້ກ່ຽວ ແລະ ລູກສາວ ໄດ້ຂື້ນລົດໂດຍສານຢູ່ບາງກອກປະເທດໄທ, ມີຜູ້ໂດຍສານທັງໝົດ 9 ຄົນ ມາສະຖານີຂົນສົ່ງ ນະຄອນພະນົມ. ມາຮອດ ສປປ ລາວ ຜ່ານດ່ານ ຂົວມິດຕະພາບແຫ່ງທີ 3ເຂົ້າມາຖືກຕາມລະບຽບຫຼັກການ ແລະ ຖືກຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃນ ເມືອງທ່າແຂກ. ວັນທີ 15 ເມສາ 2021, ໄດ້ຖືກເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງຄຳມ່ວນ ແລະ ຜູ້ກ່ຽວເລີ່ມມີໄຂ້ ແທກອຸນຫະພູມໄດ້ 37.9 ອົງສາ ຈຶ່ງໄດ້ກິນຢາປາຣາຫຼັງຈາກນັ້ນອາການດີຂຶ້ນ. ຮອດວັນທີ 16 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19 .ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວ ຢູ່ ສະຖານທີ່ປິ່ນປົວ ທີ່ທາງແຂວງກຳນົດໄວ້. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 4 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. ກໍລະນີຢັ້ງຢືນທີ 56ເປັນເພດຊາຍ, ອາຍຸ: 32 ປີ, ສັນຊາດ: ລາວ, ອາຊີບ: ພະນັກງານຂາຍເຄື່ອງນອນ ຢູ່ແຖວວົງວຽນໃຫຍ່, ຖະໜົນຈັກກະເພັດພາອຸລັດ, ບາງກອກ, ປະເທດໄທ. ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອ COVID-19. ປະຫວັດການເຄື່ອນໄຫວ ວັນທີ 7 ເມສາ 2021 ອອກເດີນທາງຈາກ ບາງກອກ, ປະເທດໄທ ດ້ວຍລົດໂດຍສານຈາກສະຖານີໝໍຊິດ ເວລາ 19:00 ໂມງ, ຕະຫຼອດໄລຍະການເດີນທາງ ຜູ້ກ່ຽວໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ. ວັນທີ 8 ເມສາ 2021 ເດີນທາງມາຮອດ ແຂວງມຸກດາຫານ ເວລາ 5:00 ໂມງເຊົ້າ ມີຜູ້ໂດຍສານຮ່ວມເດີນທາງທັງໝົດ 32 ຄົນ. ຂ້າມດ່ານ ຂົວມິດຕະພາບແຫ່ງທີ 2 ແລະ ມາຮອດ ແຂວງສະຫວັນນະເຂດ ເວລາ 8:00 ໂມງເຊົ້າ, ເຂົ້າມາຖືກຕາມລະບຽບຫຼັກການ; ພ້ອມດຽວກັນ ກໍ່ຖືກສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນ. ຜູ້ກ່ຽວຮູ້ສຶກເຈັບຫົວ ແລະ ໄດ້ກິນຢາປາຣາ, ຫຼັງຈາກນັ້ນອາການດີຂຶ້ນ. ໄດ້ຖືກເກັບຕົວຢ່າງກວດຫາເຊື້ອ, ຜົນກວດແມ່ນ ບໍ່ພົບເຊື້ອ COVID-19. ວັນທີ 14 ເມສາ 2021 ຜູ້ກ່ຽວໄດ້ຈ້າງລົດສາມລໍ້ ເພື່ອໄປຂຶ້ນລົດຢູ່ຄິວລົດໂດຍສານ ປະຈຳແຂວງສະຫວັນນະເຂດ ເພື່ອໄປປາກຊ່ອງ, ມີຄົນນັ່ງໃນລົດນຳກັນ 4 ຄົນ,ໃນນັ້ນ 1 ຄົນ ຢູ່ເມືອງສອງຄອນ, ທີ່ເຫຼືອບໍ່ຮູ້ວ່າມາຈາກເມືອງໃດ. ຫຼັງຈາກຮອດຄິວລົດປາກຊ່ອງ ຫຼານຜູ້ກ່ຽວໄດ້ມາຮັບເອົາ, ຫຼັງຈາກຮອດເຮືອນໄດ້ປະມານ 1 ຊົ່ວໂມງ ຜູ້ກ່ຽວຮູ້ສຶກໄຂ້ ຈຶ່ງກິນຢາປາຣາໃສ່. ໃນໄລຍະຢູ່ເຮືອນ ມີຄົນມາຫາ 3 ຄົນ ແລະ ໄດ້ກິນເຂົ້າຮ່ວມກັນ. ຮອດວັນທີ 15 ເມສາ 2021 ຈິ່ງມີໄຂ້ ແລະ ໄອ ຈຶ່ງເຂົ້າກວດຢູ່ໂຮງໝໍສອງຄອນ, ຖືກແຍກປ່ຽວ ແລະ ຕິດອາການ. ໃນວັນທີ 16 ເມສາ 2021 ໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອອີກຄັ້ງ, ຜົນກວດວິເຄາະ ພົບເຊື້ອ COVID-19; ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 8 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. ກໍລະນີຢັ້ງຢືນທີ 57 ເປັນເພດຊາຍ, ອາຍຸ 24 ປີ, ສັນຊາດ: ລາວ, ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດລາມກຳແຫງລາດພ້າວ, ປະເທດໄທ. ທີ່ຢູ່ປະຈຸບັນ: ເມືອງສອງຄອນ, ແຂວງສະຫວັນນະເຂດ; ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອCOVID-19. ປະຫວັດການເຄື່ອນໄຫວ ວັນທີ 14 ເມສາ 2021 ເວລາ 19:00 ໂມງ ເດີນທາງອອກຈາກບາງກອກ, ປະເທດໄທ ພ້ອມດ້ວຍໝູ່ 1 ຄົນ (ເປັນຄົນແຂວງສະຫວັນນະເຂດ) ດ້ວຍລົດໂດຍສານ ຢູ່ສະຖານີລົດໝໍຊິດ, ມີຜູ້ໂດຍສານຮ່ວມເດີນທາງ 28 ຄົນ. ວັນທີ 15 ເມສາ 2021 ມາຮອດມຸກດາຫານ ເວລາ 06:30 ແລະ ຂ້າມດ່ານມາແຂວງສະຫວັນນະເຂດ, ເຂົ້າມາຖືກຕາມລະບຽບຫຼັກການ. ຜູ້ກ່ຽວມີອາການໄອ, ເຈັບຄໍ ແລະ ກິນອາຫານບໍ່ຮູ້ລົດຊາດ. ໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຖືກສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນ, ວັນທີ 16 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19; ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 20 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ, ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ. ພ້ອມດຽວກັນ ຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. ກໍລະນີຢັ້ງຢືນທີ 58ເປັນເພດຍິງ, ອາຍຸ: 25 ປີ, ສັນຊາດ:ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ເມືອງສີລາຊາ, ແຂວງຊົນບູລີ, ປະເທດໄທ. ທີ່ຢູ່ປະຈຸບັນ: ເມືອງບໍລິຄັນ, ແຂວງບໍລິຄຳໄຊ. ປະຫວັດການເຄື່ອນໄຫວ ວັນທີ 6 ເມສາ 2021ໄດ້ຂຶ້ນຍົນຈາກສະໜາມບິນສົງຂາ ມາຫາ ສະໜາມບິນອຸດອນ. ແລ້ວໄດ້ຂຶ້ນລົດແທັກຊີ, ໃນລົດມີທັງຫມົດ 4 ຄົນ, ຫຼັງຈາກນັ້ນ ໄລຍະ ວັນທີ 6-13 ເມສາ 2021 ໄດ້ ພັກຢູ່ລີສອດບຶງການ, ປະເທດໄທ; ໃນວັນທີ 14 ເມສາ 2021 ຜູ້ກ່ຽວໄດ້ໃຫ້ພີ່ນ້ອງເອົາລົດສ່ວນຕົວມາສົ່ງຂຶ້ນເຮືອ, ເວລາ 06:00 ໂມງ ຜູ້ກ່ຽວມາຂຶ້ນເຮືອຢູ່ເຂດບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວ ຂ້າມໄປຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ. ເວລາ 8:00 ໂມງ ເມຍຂອງຜູ້ຂັບເຮືອ ຂີ່ລົດຈັກມາຮັບເອົາຜູ້ກ່ຽວ ໄປພັກຢູ່ເຮືອນຂອງຕົນຊົ່ວຄາວ. ຫຼັງຈາກນັ້ນ ຜູ້ກ່ຽວ ກໍ່ໄດ້ຂຶ້ນລົດວີໂກ້ນຳເຈົ້າຂອງເຮືອ ໂດຍມີລູກເຈົ້າຂອງເຮືອ ອາຍຸ 4 ປີນັ່ງໄປນຳ ແລະ ໄດ້ໄປສົ່ງຜູ້ກ່ຽວຮອດ ເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວ ຂີ່ລົດຈັກມາລໍຖ້າ ແລະ ພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້. ວັນທີ 15 ເມສາ 2021 ໄດ້ຖືກເກັບຕົວຢ່າງກວດຫາເຊື້ອ ວັນທີ 16 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19; ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ. ພ້ອມດຽວກັນ ຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ສະຫຼຸບລວມແລ້ວ ນັບແຕ່ຕົ້ນເດືອນ ມັງກອນ 2020 ມາເຖິງ ວັນທີ 17 ເມສາ 2021 ຢູ່ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 58 ຄົນ, ໃນນີ້ ມີຜູຕິດເຊື້ອໃຫມ່ 4 ຄົນ ຄື: ຢູ່ແຂວງສະຫວັນນະເຂດ 2 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງບໍລິຄຳໄຊ 1 ຄົນ; ປະຈຸບັນຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ມີຈຳນວນທັງຫມົດ 9 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຈຳປາສັກ 1 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງບໍລິຄຳໄຊ 1 ຄົນ; ເຊິ່ງທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
ດຣ. ຣັດຕະນະໄຊ ເພັດສຸວັນ ຍັງໄດ້ກ່າວອີກວ່າ: ຈໍານວນຜູ້ຕິດເຊື້ອໃຫມ່ທັງໝົດ 4 ຄົນ, ລ້ວນແຕ່ແມ່ນແຮງງານລາວທີ່ເຂົ້າມາ ສປປລາວ ໃນໄລຍະປີໃໝ່ ຈາກປະເທດເພື່ອນບ້ານ ທີ່ກຳລັງມີການລະບາດຮອບໃໝ່ພາຍໃນປະເທດ; ເຊິ່ງເຫັນໄດ້ວ່າ ມີຈຳນວນໜຶ່ງ ແມ່ນເຂົ້າມາໂດຍບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສົ່ງຜົນໃຫ້ເກີດມີຄວາມສ່ຽງ ແລະ ຜົນກະທົບທີ່ຕາມມາ. ດັ່ງນັ້ນ, ຕໍ່ກັບສະພາບການດັ່ງກ່າວທີ່່ໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້, ທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳເພິ່ມເຕີມຂອງຄະນະສະເພາະກິດ, ທີ່ວາງອອກຢ່າງເຂັ້ມງວດ; ເພື່ອປ້ອງກັນຕົນເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ–19; ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ຈຸດຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ; ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ; ຖ້າຫາກທຸກຄົນ ຫາກຮ່ວມມືກັນ ປະເທດຂອງພວກເຮົາ ກໍ່ຈະປອດໄພຈາກການລະບາດໃນຄັ້ງນີ້ໄດ້.