ໃນວັນທີ 23 ເມສາ 2021 ສປປ ລາວ ພົບຜູ້ຕິດເຊື້ອເພີມ 65 ຄົນ
ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸ່ມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໄດ້ຖະແຫຼງຂ່າວ ປະຈຳວັນທີ 23 ເມສາ ນີ້ ເຊີ່ງ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະສຸກ ໄດ້ລາຍງານວ່າ: ໃນວັນທີ 22 ເມສາ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,292 ຄົນ ຜົນວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ ໃນນັ້ນນະຄອນຫຼວງວຽງຈັນ 60 ຄົນ ແຂວງ ບໍແກ້ວ 2 ຄົນ ແຂວງ ຈຳປາສັກ 2 ຄົນ ແລະ ແຂວງ ວຽງຈັນ 1 ຄົນ ລາຍລະອຽດ ທ່ານໄດ້ກ່າວວ່າ:
ໂອກາດນີ້ ຮອງ ສາດສະດາຈານ ພູທອນ ເມືອງປາກ ຫົວໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ໄດ້ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ , ທະຫານຊາຍແດນ ເຈົ້າໜ້າທີຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ ກວດຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອບຢ່າງເຄັງຄັດ ແລະ ຟາກເຖີງປະຊາຊົນທຸກຄົນ ພ້ອມກັນປະຕິບັດຄຳສັ່ງຕ່າງໆທີ່ການຈັດຕັ້ງວາງອອກ ຈົງເປັນຫູເປັນຕາຊ່ວຍ ເຈົ້າໜ້າທີຖ້າຫາກພົບເຫັນຜູ້ກະທຳຜິດ ແມ່ນໃຫ້ແຈ້ງຕໍ່ອຳນາດການປົກຄອງ ຫຼື ເຈົ້າໜ້າທີກ່ຽວຂ້ອງທັນທີ ສຳລັບຜູ້ສຳພັດ ໃກ້ຊິດນຳຜູ້ຕິດເຊື້ອ ມີປະຫວັດການເດີນທາງໄປສະຖານທີມີຄວາມສ່ຽງຂໍໃຫ້ຮິບຮ້ອນຕື່ນຕົວໄປກວດຕາມສະຖານທີກຳນົດໄວ້ ແຍກຕົວອອກຈາກຄົນໃນຄອບຄົວ ແລະ ຄົນອ້ອມຂ້າງຈົນຄົບ 14 ວັນ.