ວິທະຍາຄານກົມມະດໍາ ເຂັ້ມງວດໃນການ ກວດກາ ປ້ອງກັນໂຄວິດ19 ຢ່າງເຂັ້ມງວດ
ໂດຍປະຕິບັດຕາມ ຄໍາສັ່ງແນະນໍາ ສະບັບເລກທີ 15 ຂອງນາຍົກລັດຖະມົນຕີ ກໍ່ຄືຄໍາສັ່ງແນະນໍາ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເຊີ່ງເຫັນໄດ້ສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ 19 ທີ່ກໍາລັງລະບາດ ໃນໂລກ. ພັນເອກ ບົວໄລ ສີລັກສາ ຫົວຫນ້າ ການທະຫານ ວິທະຍາຄານ ກົມມະດໍາ ໄດ້ກ່າວວ່າ: ປະຈຸບັນ ພະຍາດໂຄວິດ-19 ທີ່ກໍາລັງລະບາດ ຢູ່ປະເທດເຮົາ.
ຍ້ອນເຫັນໄດ້ຄວາມສ່ຽງ ຂອງບັນດາ ສະຫາຍ ນາຍ ແລະ ພົນທະຫານ ກໍ່ຄື ປະຊາຊົນ ໃນຂອບເຂດ ວິທະຍາຄານ ກົມມະດໍາ ຮັບຜິດຊອບ ດັ່ງນັ້ນ ຈື່ງໄດ້ຈັດຕັ້ງ ຫນ່ວຍງານແພດຫມໍ ກໍ່ຄື ພະແນກ ເສນາຮັກ ຫ້ອງພະລາທິການ ຂອງວິທະຍາຄານ ໄດ້ນໍາເອົາອຸປະກອນກວດກາ ວັດແທກ ອຸນຫະພູມ ຮ່າງກາຍ ລົງເຮັດຫນ້າທີ່ກວດກາວັດແທກອຸນຫະພູມ ໃຫ້ພະນັກງານ-ນັກຮົບ ທີ່ ເຂົ້າ-ອອກຄ້າຍ ຢ່າງເຄັ່ງຄັດ, ເພື່ອຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ ພະນັກງານ-ນັກຮົບ ນັກຮຽນ-ນັກສືກສາ ຕິດເຊື້ອພະຍາດດັ່ງກ່າວ ຫຼື ມີຄວາມສ່ຽງ ໃນການຕິດເຊື້ອ ນີ້ມັນໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງ-ເປັນໃຍ ຄວາມເອົາໃຈໃສ່ ຂອງ ຄະນະພັກ – ຄະນະບັນຊາ ແລະ ທີມແພດຫມໍ ກໍ່ຄື ຄະນະພັກທຸກຂັ້ນ ເພື່ອໂຄສະນາ ໃຫ້ຄວາມຮູ້ດ້ານຂໍ້ມູນແກ່ເຂົາເຈົ້າ ໃນການໃຊ້ຊີວິດປະຈໍາວັນຢ່າງລະມັດລະວັງ ແລະ ເປັນປົກກະຕິ,
ພ້ອມທັງໄດ້ສົມທົບ ກັບ ອໍານາດການປົກຄອງບ້ານ ເຮັດຫນ້າທີ່ກວດກາຄົນເຂົ້າ-ອອກໃຫ້ຄວາມຮູ້ ແລະ ສະກັດກັ້ນ ໃຫ້ປະຊາຊົນ ຕ້ານກັບ ພະຍາດ ໂຄວິດ 19 ໄດ້ຈັດຕັ້ງກໍາລັງ ລົງຊ່ວຍເຫຼືອ ກອງຫຼອນ ຕັ້ງຈຸດກວດກາ ຄົນເຂົ້າ-ອອກບ້ານ ໂດຍຜ່ານການຈັດຕັ້ງ ຖືວ່າໄດ້ຮັບການຮ່ວມມື ຈາກອໍານາດການປົກຄອງບ້ານ ແລະ ປະຊາຊົນ ເປັນຢ່າງດີ ພ້ອມນັ້ນຍັງໄດ້ແຕ່ງຕັ້ງຫນ່ວຍງານເຄື່ອນໄຫວ ສາລະເວ ຕອນກາງຄືນ ຫ້າມບໍ່ໃຫ້ມີການຊຸມແຊວ ຕາມສະຖານທີ່ພັກເຊົາ, ສະຖານທີ່ ບັນເທີງຕ່າງໆ. ຖ້າຜູ້ໃດຝ່າຝືນ ຈະມີການກ່າວເຕືອນ ສືກສາອົບຮົມ ຫຼື ຮ້າຍແຮງ ກວ່ານັ້ນ ແມ່ນຈະມອບໃຫ້ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ນໍາໄປດໍາເນີນຄະດີຕາມກົດຫມາຍ.