ບໍລິສັດ LS ກໍ່ສ້າງ – ຂົວທາງຊົນລະປະທານ ມອບເຄື່ອງໃຫ້ໂຮງໝໍແຂວງຫຼວງນໍ້າທາ
ໃນອາທິດຜ່ານມານີ້, ທີ່ໂຮງໝໍແຂວງຫຼວງນໍ້າທາ, ທ່ານ ບຸນມີ ວິຫວັນແອ້ນ ປະທານບໍລິສັດ LS ກໍ່ສ້າງ-ຂົວທາງຊົນລະປະທານ ໄດ້ນໍາເອົາໂຕະຫີນ 5 ຊຸດ, ຕັ່ງໄມ້ 10 ໜ່ວຍ ມູນຄ່າ 12 ລ້ານກີບ ແລະ ທ່ານ ນາງ ພວງໃຈ ສົມວິໄລ ຜູ້ຈັດການບໍລິສັດ LS ຂາອອກ-ຂາເຂົ້າຈໍາກັດ ມອບຜ້າປິດປາກ-ດັງ, ເຈວລ້າງມື, ເຫຼົ້າ 90 ມູນຄ່າ 8 ລ້ານກີບ ມາມອບໃຫ້ໂຮງໝໍແຂວງຫຼວງນໍ້າທາ ເພື່ອນຳໃຊ້ເຂົ້າໃນການບໍລິການພາຍໃນໂຮງຫມໍແຂວງ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ກ່າວຮັບໂດຍ ທ່ານ ແສງວົງ ບຸດຕະວົງ ອຳນວຍການໂຮງຫມໍແຂວງຫຼວງນໍ້າທາ ໃນໂອກາດນີ້ທ່ານອຳນວຍການໂຮງຫມໍແຂວງຫຼວງນໍ້າທາ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມໃນໄລຍະວິກິດຂອງການ ລະບາດພະຍາດໂຄວິດ-19 ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອ ຕື່ມອີກ.