ຖະແຫລງຄວາມຄືບໜ້າການສືບສວນ-ສອບສວນບຸກຄົນທີ່ເປັນຕົ້ນເຫດຂອງການລະບາດຂອງພະຍາດໂຄວິດ-19
ໃນວັນທີ 5 ພຶດສະພາ 2021 ນີ້ ພົນຕີ ຄຳກິ່ງ ຜຸຍຫລ້າມະນີ ຫົວໜ້າກົມໃຫ່ຍຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງກ່ຽວກັບຄວາມຄືບໜ້າໃນການສືບສວນ-ສອບສວນ ບຸກຄົນ, ກຸ່ມຄົນທີ່ເປັນຕົ້ນເຫດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໜ່ຢູ່ ສປປ ລາວ, ພ້ອມທັງໄດ້ຢັ້ງຢືນວ່າ ບຸກຄົນທີ່ກ່ຽວຂ້ອງກັບການທຳຜິດຈະຕ້ອງດຳເນີນຄະດີຕາມຂະບວນການຍຸດຕິທຳໂດຍບໍ່ມີຂໍ້ຍົກເວັ້ນ.