ວັນທີ 14 ພຶດສະພາ 2021 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 16 ຄົນ
ໃນວັນທີ 14 ພຶດສະພາ ນີ້ ດຣ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,200 ຕົວຢ່າງ ຜົນກວດວິເຄາະພົບຜູ້ຕິດເຊື້ອເພີ່ມ 16 ຄົນ ເສຍຊີວິດ 1 ຄົນ. ປະຈຸບັນຜູ້ຕິດເຊື້ອສະສົມ 1,498 ຄົນ ປິ່ນປົວດີ 513 ຄົນ, ກຳລັງປິ່ນປົວ 983 ຄົນ ແລະ ເສຍຊີວິດ 2 ຄົນ.
ພ້ອມດຽວກັນນີ້ ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບການເສຍຊີວິດ ຈາກການຕິດເຊື້ອພະຍາດໂຄວິດ-19 ຄົນທີ 2.