ລາວກວດພົບຜູ້ຕິດເຊື້ອໂຄວິດ 19 ເພີ່ມຂື້ນຕື່ມ 72 ຄົນ
ລາວກວດພົບຜູ້ຕິດເຊື້ອໂຄວິດ19 ເພີ່ມຂື້ນຕື່ມ 72 ຄົນ ໃນວັນທີ່15 ພຶດສະພາ 2021 ນີ້ ,ດຣ ນາງພອນປະເສີດ ໄຊຍະມຸງຄຸນ ຮອງ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະພ້ອມດ້ວຍ ດຣ ນາງວຽງຂັນ ພິໄຊ ຮອງຫົວໜ້າສູນແ່ມ່ແລະເດັກ ກະຊວງສາທາລະນະສຸກ,ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ 19, ໄດ້ຖະແຫຼງຂ່າວປະຈໍາວັນທີ່ 15 ພຶດສະພານີ້ໃຫ້ຮູ້ວ່າ:
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ,ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ເພີ່ມຕື່ມ72ຄົນ,ຈາກການເກັບຕົວຢ່າງມາກວດວິເຄາະທັງໝົດ 6680ຕົວຢ່າງ,ໃນວັນທີ່ 14 ພຶດສະພາ 2021,ໃນນັ້ນ ແຂວງບໍ່ແກ້ວ 37 ຄົນ,ແຂວງຈໍາປາສັກ15ຄົນ,ນະຄອນຫລວງວຽງຈັນ 14 ຄົນ,ແຂວງສະຫວັນນະເຂດ6ຄົນ, ເຊີ່ງລາຍລະອຽດ ດຣ ນາງພອນປະເສີດ ໄຊຍະມຸງຄຸນ ຮອງ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ:
ພ້ອມດຽວກັນນີ້ ດຣ ນາງ ວຽງຂັນ ພິໄຊ ຮອງຫົວໜ້າສູນແ່ມ່ແລະເດັກ ກະຊວງສາທາລະນະສຸກໄດ້ລາຍງານກຽ່ວກັບວຽກງານ ການບໍລິການສັກວັກແຊງໃຫ້ພົນລະເມືອງລາວນັບແຕ່ໄດ້ເລີ່ມຈັດຕັ້ງປະຕິບັດຕາມຕາມທິດຊີ້ນຳຂອງລັດຖະບານມາຮອດປະຈຸບັນສາມາດບໍລິການໃຫ້ວັກແຊງໄປແລ້ວ 493481ໂດສເຊິ່ງລາຍລະອຽດທ່ານໄດ້ກ່າວວ່າ: