ເຈົ້າແຂວງວຽງຈັນ ລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງໂພນໂຮງ
ໃນວັນທີ 18 ພຶດສະພາ 2021 ນີ້, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ໄດ້ລົງຊຸກຍູ້, ຕິດຕາມ, ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງໂພນໂຮງ ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງ, ມີບັນດາຄະນະປະຈຳພັກ, ກຳມະການພັກເມືອງເຂົ້າຮ່ວມ. ທັງນີ້ ກໍ ເພື່ອເປັນການຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາວຽກງານຢູ່ເມືອງໂພນໂຮງໃຫ້ບັນລຸຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແຂວງວຽງຈັນ, ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ແລະ ການພັດທະນາເສດຖະກິດ-ສັງຄົມທີ່ເມືອງປະຕິບັດຢູ່.
ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງ ໄດ້ໃຫ້ຮູ້ວ່າ: ຜ່ານການປະຕິບັດວຽກງານຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະໃຫຍ່ຄັ້ງທີ VI ຂອງແຂວງວຽງຈັນ. ການເຜີຍແຜ່ເນື້ອໃນສຳຄັນດັ່ງກ່າວແມ່ນສຳເລັດຢູ່ຂັ້ນເມືອງໃນຂົງເຂດຕ່າງໆເຊັ່ນ: ກຸ່ມການເມືອງ, ກຸ່ມວັດທະນະທຳ, ກຸ່ມເສດຖະກິດ ແລະ ກຸ່ມ ປກຊ-ປກສ, ພ້ອມນີ້ຍັງຈະສືບຕໍ່ເຜີຍແຜ່ລົງສູ່ຮາກຖານບ້ານ ແລະ ປະຊາ ຊົນໃຫ້ຮັບຮູ້ໄດ້ຜົນງານດັ່ງກ່າວ, ຕໍ່ກັບສະພາບການແຜ່ລະບາດ ແລະ ມາດຕະການປ້ອງກັນພະຍາດໂຄວິດ19 ຢູ່ເມືອງໂພນໂຮງແມ່ນໄດ້ຈັດຕັ້ງປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢາງເຂັ້ມງວດ ໂດຍປະຊາຊົນມີສ່ວນຮ່ວມເຮັດໃຫ້ການສະກັດກັ້ນ ແລະ ປ້ອງກັນໄດ້ດີສົມຄວນ, ບ້ານທີ່ນອນຢູ່ໃນກຸ່ມສຽງກໍ່ເອົາໃຈໃສ່ ເວນຍາມສະກັດກັ້ນການເຂົ້າອອກໄດ້ດີ, ຕໍ່ກັບມາດຕະການປ້ອງກັນ ຂະແໜງການຮັບຜິດຊອບໄດ້ເອົາໃຈໃສ່ ໂຄສະນາປະຊາສຳພັນ ແລະ ສາມາດສັກຢາວັກຊິນ ເພື່ອປ້ອງກັນໄດ້ແລ້ວ 2.611 ຄົນ. ຕໍ່ກັບສະພາບການດັ່ງກ່າວເມືອງໂພນໂຮງ ກໍໄດ້ຮັບຜົນກະທົບຈາກການພະຍາດໂຄວິດ-19 ເຮັດໃຫ້ການພັດທະນາເສດຖະກິດ 6 ເດືອນຕົ້ນປີ ບໍ່ບັນລຸຕາມແຜນການ ແຕ່ເຖິງຢ່າງໃດກໍຕາມວຽກງານເສດຖະກິດຢູ່ເມືອງໂພນໂຮງ ກໍຍັງມີຫລາຍກິດຈະການທີ່ຍັງສືບຕໍ່ດຳເນີນທຸລະກິດ, ເຊິ່ງເປັນທ່າແຮງທີ່ສຳຄັນໃນການປະຕິບັດພັນທະ. ນອກນີ້ເມືອງໂພນໂຮງ ຍັງໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມເສດຖະກິດ ໃຫ້ນັບມື້ນັບເຂັ້ມແຂງໂດຍສະເພາະສຸມໃສ່ ການຜະລິດກະສິກຳເປັນສິນຄ້າເຊັ່ນ: ການປູກເຂົ້າ, ລ້ຽງສັດແບບເປັນຟາມ ແລະ ອື່ນໆ ເພື່ອເປັນທ່າແຮງທີ່ດີໃນການພັດທະນາເສດຖະກິດຂອງເມືອງ.
ໂອກາດນີ້, ທ່ານ ເຈົ້າແຂວງວຽງຈັນ ກໍໄດ້ເນັ້ນໜັກໃຫ້ຄະນະນຳທຸກຂັ້ນ ຈົ່ງສືບບັນດາແຜນການທີ່ໄດ້ວາງອອກ ແລະ ໜູນໃຊ້ທ່າແຮງເມືອງຂອງຕົນ ປະຕິບັດວຽກງານໃຫ້ສຳເລັດ ແລະ ສືບຕໍ່ປະຕິບັດມາດຕະການທີ່ຈຳເປັນ ໃນການປ້ອງກັນພະຍາດ ເພື່ອພ້ອມກັນພັດທະນາເມືອງໂພນໂຮງໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.