ຖະແຫຼ່ງຂ່າວຊີ້ແຈງ ກ່ຽວກັບຄຣິບປອມເລື່ອງຍົນຕົກຄັ້ງວັນທີ 17 ພຶດພາ 2021
ໃນວັນທີ 21 ພຶດສະພານີ້ ທ່ານ ບຸນແຕ່ງ ສີມູນ ຮອງຫົວຫນ້າກົມການບິນພົນລະເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫຼ່ງຂ່າວຊີ້ແຈງ ຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບ ກ່ຽວກັບຄຣິບປອມເລື່ອງຍົນຕົກ ຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ໃນຄັ້ງວັນທີ 17 ພຶດສະພາ 2021 ຈາກຄຣິບຕິກຕ໋ອກ ຂອງທ້າວໄມສີ ໄຊສົມຫວັງ ອາຍຸ 23 ປີ ອາຊີບກຳມະການ ຢູ່ບ້ານເມືອງຈຳ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ປັດຈຸບັນພັກເຊົາຢູ່ ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ຕໍ່ກັບຄຣິບທີ່ສ້າງຂຶ້ນນັ້ນແມ່ນບໍ່ມີມູນຄວາມຈິງ.
ພ້ອມນີ້ ທ້າວໄມສີ ໄຊສົມຫວັງ ອາຍຸ 23 ອາຊີບກຳມະກອນ ຢູ່ບ້ານເມືອງຈຳ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ປັດຈຸບັນພັກເຊົາຢູ່ ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຈົ້າຂອງ ຄຣິບຕິກຕ໋ອກ ກ່ຽວກັບຄຣິບປອມເລື່ອງຍົນຕົກ ຢູ່ເມືອງຊຽງເງິນ ແຂວງຫຼວງພະບາງທີ່ຕົນສ້າງຂຶ້ນນັ້ນ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ