ການນຳເມືອງປາກຊັນ ຊ່ວຍເຫຼືອຄອບຄົວຖືກຜົນກະທົບຈາກອັກຄີໄພ
ໃນວັນທີ 25 ພຶດສະພາຜ່ານມານີ້ ຄະນະນຳເມືອງປາກຊັນ ນຳໂດຍທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງບັນເທົາທຸກຈຳນວນໜຶ່ງໄປມອບ ໃຫ້ແກ່ຄອບຄົວ ທ້າວ ຄອນສະຫວັນ ຄຳວົງສາ ອາຍຸ 31 ປີ ອາຊີບປະຊາຊົນ ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນໝົດຫຼັງ) ເຫດເກີດຂຶ້ນໃນທ້າຍເດືອນເມສາ ຜ່ານມານີ້.
ຄອບຄົວດັ່ງກ່າວມີສະມາຊິກທັງໝົດ 4 ຄົນ ຍິງ 2 ຄົນ ຊຶ່ງປັດຈຸບັນຂາດເຮືອນຢູ່ອາໄສ ແລະ ເຄື່ອງໃຊ້ທັງໝົດຖືກໄຟໄໝ້ຈົນໝົດກ້ຽງບໍ່ເຫຼືອຫຍັງ, ດັ່ງນັ້ນ ຈຶ່ງເຫັນໄດ້ຄວາມທຸກຍາກຂາດເຂີນຂອງຄອບຄົວດັ່ງກ່າວ ພັກ-ລັດຂັ້ນເທິງ ແລະ ອົງການຈັດຕັ້ງທຸກພາກສ່ວນ ເວົ້າລວມ, ເວົ້າສະເພາະ ກໍຄືຄະນະພັກ-ຄະນະປົກຄອງເມືອງປາກຊັນ ຈຶ່ງໄດ້ຄົ້ນຄວ້າເພື່ອໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ຄອບຄົວດັ່ງກ່າວ ເຊັ່ນໄດ້ນຳເອົາເຄື່ອງນຸ່ງຮົ່ມ, ເສື່ອນອນ, ໝອນ, ມຸ້ງ, ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນທີ່ຈໍາເປັນ ແລະ ເງິນຈໍານວນໜຶ່ງ ມອບໃຫ້ແກ່ຄອບຄົວ ທ້າວ ຄອນສະຫວັນ ຄຳວົງສາ ໃຫ້ກຽດກ່າວມອບເຄື່ອງຊ່ວຍເຫຼືອດັ່ງກ່າວໂດຍທ່ານ ເຈົ້າເມືອງປາກຊັນ ພ້ອມທັງໂອ້ລົມໃຫ້ກຳລັງໃຈແກ່ຄອບຄົວທີ່ໄດ້ຮັບຜົນກະທົບເພື່ອເຮັດໃຫ້ຊີວິດຄອບຄົວກັບມາມີຢູ່ມີກິນ ແລະ ປຸກສ້າງເຮືອນໃໝ່.