ຫຼາຍພາກສ່ວນໄດ້ນໍາເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ໂຄວິດ-19 ມອບໃຫ້ສູນກາງແນວລາວສ້າງຊາດ
ໃນວັນທີ 28 ພຶດສະພາ 2021 ຫຼາຍພາກສ່ວນໄດ້ນໍາເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ໂຄວິດ-19 ມອບໃຫ້ສູນກາງແນວລາວສ້າງຊາດ ເພື່ອເປັນການປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຕ້ານກັບພະຍາດໂຄວິດ 19 ທີ່ຍັງລະບາດຢູ່ໃນ ສປປລາວ ເຊິ່ງເປັນກຽດກ່າວມອບໂດຍ ທ່ານ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການພຸດທະສາສະໜາສໍາພັນລາວ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ນະຄອນຫລວງວຽງຈັນ ຈໍານວນ 135.000.000 ກີບ (ໜຶ່ງຮ້ອຍສາມສິບຫ້າລ້ານກີບ),
ກຸ່ມບໍລິສັດ ພົງສະຫວັນ ນໍາໂດຍທ່ານ ພົນຈັດຕະວາ ຄຳຜາຍ ຈັນສີສະຫມຸດ ຮອງປະທານກຸ່ມ ບໍລິສັດ ພົງສະຫວັນ ຈໍານວນ 50.000.000 ລ້ານກີບ, ບໍລິສັດ ກຣິດຕະພົງ ກຣຸບຈຳກັດ ໂຮງແຮມແລນມາກແມ່ຂອງລີເວີໄຊ໌ ນຳໂດຍ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໃຫຍ່ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ໂຮງແຮມແລນມາກແມ່ຂອງລີເວີໄຊ໌ ມອບອຸປະກອນ ປ້ອງກັນພະຍາດໂຄວິດ-19 ມູນຄ່າ 23.000.000 ລ້ານກວ່າກີບ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງ ມອບໂດຍທ່ານ ນາງ ພອນວິໄລ ແສນປະເສີດ ມູນຄ່າ 11.000.000 ລ້ານກີບ ແລະ ທ່ານ ໄຊບັນດິດ ລາຊະພົນ ມອບເງິນຈຳນວນສົດ 10.000.000 ລ້ານກີບ,
ເປັນກຽດກ່າວຮັບໂດຍ ທ່ານ ປອ. ສີນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມເປັນສັກຂິພິຍ້ານ.
ໃນໂອກາດດຽວກັນ ທ່ານ ປອ. ສີນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ກັບທຸກພາກສ່ວນທີ່ເຫັນໄດ້ຄວາມໝາຍ,ຄວາມສຳຄັນ ຕໍ່ວຽກງານສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ໃນຄັ້ງນີ້ ພ້ອມທັງອວຍພອນໄຊ ໃຫ້ກັບທຸກພາກສ່ວນຈົ່ງມີສຸຂະພາບແຂງແຮງ,ທຸລະກິດຈະເລີນກ້າວໜ້າ ແລະ ປອດໄພຈາກພະຍາດໂຄວິດ 19 ທ່ານຍັງໄດ້ກ່າວຕື່ມອີກວ່າສຳລັບເງິນ ແລະ ອຸປະກອນດັ່ງກ່າວແມ່ນຈະໄດ້ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດ ໂຄວິດ-19 ໃຫ້ມີຜົນປະໂຫຍດສູງສຸດພ້ອມທັງມອບໃບຍ້ອງຍໍ ໃຫ້ບັນດາພາກສ່ວນຕ່າງໆ ເພື່ອເປັນການລາລຶກບຸນຄຸນ.