ເຈົ້າແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ບໍ່ແຕນ
ໃນວັນທີ 28 ພຶດສະພາ ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ບໍ່ແຕນ, ໂດຍມີ ທ່ານ ສົມສະໜຸກ ໄຊອຸດົມ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາທຸກພາກສ່ວນຂອງເມືອງໃຫ້ການຕ້ອນຮັບ, ພ້ອມທັງໄດ້ລາຍງານວຽກງານຮອບດ້ານ ໂດຍລວມແລ້ວ ເມືອງ ບໍ່ແຕນ ແມ່ນມີຄວາມສະຫງົບຮອບດ້ານ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນ ແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ, ດ້ານເສດຖະກິດ ໄດ້ສືບຕໍ່ຂະຫຍາຍຕົວຕາມທິດທີ່ກຳນົດໄວ້, ສະບຽງອາຫານຍັງສາມາດກຸ້ມຕົນເອງໄດ້ພາຍໃນເມືອງ, ການຜະລິດເປັນສິນຄ້າເປັນຕົ້ນແມ່ນປູກພືດອຸດສາຫະກຳ, ການລ້ຽງສັດໃຫຍ່ປະເພດງົວ-ຄວາຍ ແມ່ນເພີ່ມຂຶ້ນ, ແຕ່ໃນໄລຍະນີ້ ໄດ້ເກີດມີພະຍາດ ລະບາດຫຼາຍຢູ່ເຂດເທດສະບານເມືອງ ມີທັງໝົດ 11 ບ້ານ ມີສັດຕິດເຊື້ອທັງໝົດ 451 ໂຕ, ໃນນີ້: ງົວ 148 ໂຕ, ຕາຍ 5 ໂຕ, ຄວາຍ 1 ໂຕ, ໝູ 2 ໂຕ, ຕໍ່ສະພາບການດັ່ງກ່າວເມືອງກໍ່ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງ ລົງກວດກາ ແລະ ແກ້ໄຂຢ່າງຮີບດ່ວນ, ການຜະລິດລະ ດູແລ້ງ ໄດ້ປະຕິບັດຕາມແຜນການ 408 ເຮັກຕາ, ນາແຊງ 28 ເຮັກຕາ ສາລີຫວານ 85 ເຮັກຕາ, ພືດຜັກຕ່າງໆ 380 ກວ່າເຮັກຕາ, ໜໍ່ແໜງໃໝ່ແມ່ນການລ້ຽງເປັດພັນໄຂ່ ສາມາດສະໜອງພາຍໃນເມືອງ, ການກະ ກຽມຜະລິດລະດູປີແມ່ນຕົກກ້າສຳເລັດກວ່າ 90%, ປັກດຳແລ້ວ 20% , ການປູກພືດອຸດສາຫະກໍາເຊັ່ນ: ສາລີ, ມັນຕົ້ນ ແມ່ນສຳເລັດຈຳນວນຫຼາຍ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ໂອ້ລົມ ພ້ອມທັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງຈົ່ງເອົາໃຈໃສ່ເພີ່ມຄວາມເປັນເຈົ້າການເກັບກໍາສະພາບຕ່າງໆຕາມຊາຍແດນໃຫ້ເປັນປົກກະຕິ, ກໍາໃຫ້ໄດ້ທຸກສະພາບການຂອງກຸ່ມຄົນບໍ່ດີ, ສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ກັບປະຊາຊົນດ້ວຍຫຼາຍຮູບແບບ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ເຊັ່ນ: ການຄ້າ-ຂ້າຍ, ຄວບຄຸມຢາເສບຕິດ ການລັກລອບຕັດໄມ້ຢູ່ຊາຍແດນ ແລະ ອື່ນໆ, ຍົກສູງຄວາມເປັນແບບຢ່າຂອງຄະນະພັກ, ອໍານາດການປົກຄອງເມືອງໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ປັບປຸງເສດຖະກິດໃຫ້ເຂັ້ມແຂງເປັນຕົ້ນແມ່ນການຜະລິດກະສິກໍາດ້ວຍການປູກ-ການລ້ຽງ, ເຮັດໃຫ້ຫຼາຍ, ໃຫ້ກຸ້ມກິນ ແລະ ຂາຍເປັນສິນຄ້າ, ສ່ວນພະຍາດໂຄວິດແມ່ນໃຫ້ສືບຕໍ່ປະຕິບັດບັນດາມາດຕະການຂອງຄະນະສະເພາະກິດຂອງແຂວງ ແລະ ສູນກາງວາງອອກຢ່າງເຂັ້ມງວດ, ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ເກັບກໍາຄົນເຂົ້າ-ອອກເມືອງໃຫ້ເປັນປົກກະຕິ.