ກົມໃຫຍ່ການເມືອງ ປກສ ມອບເງິນຈຳນວນ 30 ລ້ານກີບໃຫ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ
ໃນວັນທີ 2 ມິຖຸນາ 2021 ນີ້ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຕາງໜ້າກົມໃຫຍ່ການເມືອງ ປກສ ມອບເງິນຈຳນວນ 30 ລ້ານກີບ , ເຈວລ້າງມື 1 ແກັດ , ຜ້າອັດປາກດັງ 2 ແກັດ ໃຫ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕາງໜ້າຮັບໂດຍ ພັນເອກ ສຸກພະຈັນ ບຸດດາຄຳ ຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງ ພະນັກງານນົກຮົບພາຍໃນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທີ່ປະຕິບັນໜ້າປະກອບສ່ວນໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນນີ້.
ໂອກາດດຽວກັນນີ້ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງກົມໃຫຍ່ການເມືອງ ປກສ ກໍ່ໄດ້ຮຽກຮ້ອງໃຫ້ ພະນັກງານ-ນັກຮົບ ພາຍໃນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນຕາມການມອບໝາຍໃຫ້ສຳເລັດຜົນ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.
ພ້ອມກັນນີ້ ພັນເອກ ສຸກພະຈັນ ບຸດດາຄຳ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຈັດຕັ້ງ ກົມໃຫ່ຍການເມືອງ ປກສ ກໍຄືກະຊວງ ປກສ ທີ່ມີຄວາມເປັນຫວ່າງເປັນໄຍ, ລົງໃກ້ຊິດຕິດແທດ ແລະ ມອບວັດຖຸປັດໃຈຕ່າງໆໃຫ້ໃນຄັ້ງນີ້.