ບົດຖະແຫຼງຂ່າວ COVID-19 ປະຈຳວັນທີ 10 ມິຖຸນາ ປີ 2021 ພົບມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 4 ຄົນ
ດຣ. ສີສະຫວາດ ສຸດທານິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວສະພາບການການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນພະຫັດ ວັນທີ 10 ມິຖຸນາ 2021 ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ທັງຫມົດ 1.410 ຕົວຢ່າງ; ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 4 ຄົນ; ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ ເຊິ່ງເປັນການຕິດເຊື້ອໃນຊຸມຊົນ ແລະ ເປັນຜູ້ສໍາຜັດກັບບຸກຄົນທີ່ຕິດເຊື້ອທີ່ມີການຢັ້ງຢືນໃນໄລຍະຜ່ານມາ ແລະ ຢູ່ແຂວງຈຳປາສັກ ມີ 2 ຄົນ ເຊິ່ງທັງຫມົດແມ່ນແຮງງານລາວທີ່ກັບຈາກຕ່າງປະເທດ.