ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 11 ຄົນ
ດຣ ນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວສະພາບການການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນເສົາ ວັນທີ 12 ມີຖຸນາ 2021 ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 11 ມີຖຸນາ 2021 ມີທັງຫມົດ 1842 ຕົວຢ່າງ; ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 11 ຄົນ; ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ຈຳປາສັກ 8 ຄົນ ປະຈຸບັນ ທົ່ວປະເທດ ມີຜູ້ຕິດເຊື້ອສະສົມ 1990 ຄົນ ເສຍຊີວິດ 3 ຄົນ.