ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 6 ຄົນ
ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນອາທິດ ວັນທີ 13 ມີຖຸນາ 2021 ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 12 ມີຖຸນາ 2021 ມີທັງຫມົດ 1,348 ຕົວຢ່າງ; ພົບຜູ້ຕິດເຊື້ອໃຫມ່ເພີ່ມອີກ 6 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ ແລະ ແຂວງ ຫຼວງນ້ຳທາ 1 ຄົນ ປະຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມ 1,996 ຄົນ, ເສຍຊີວິດ 3 ຄົນ.