ຖະແຫຼງຂ່າວ COVID-19 ປະຈຳ ວັນທີ 17 ມິຖຸນາ ປີ 2021 ພົບມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 1 ຄົນ ຈາກນະຄອນຫຼວງວຽງຈັນ.
ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວສະພາບການການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນພະຫັດ ວັນທີ 17 ມິຖຸນາ 2021 ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 16 ມິຖຸນາ 2021 ທັງຫມົດ 1.801 ຕົວຢ່າງ; ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 1 ຄົນ ຈາກນະຄອນຫຼວງວຽງຈັນ.
ທ່ານ ຍັງໃຫ້ຮູ້ອີກວ່າ ປັດຈຸບັນ ສປປ ລາວ ຍັງສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດ ຢູ່ຕາມຊາຍແດນ ແລະ ດ່ານກວດກາການເຂົ້າ-ອອກເມືອງ ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນບໍ່ໃຫ້ມີການນໍາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ; ສໍາລັບບຸກຄົນທີ່ໄດ້ຮັບອະນຸຍາດເດີນທາງເຂົ້າມາ ສປປ ລາວ ແລະ ແຮງງານລາວ ທີ່ເດີນທາງກັບຄືນປະເທດ ທຸກຄົນແມ່ນຈະໄດ້ມີການກວດ ວັດແທກອຸນຫະພຸມ; ພ້ອມທັງ ໄດ້ນໍາສົ່ງເຂົ້າສູນກັກກັນຕາມກໍານົດ 14 ວັນ ແລະ ໄດ້ຮັບການເກັບຕົວຢ່າງ ເພື່ອກວດຫາເຊື້ອຫມົດທຸກຄົນ.