ແຂວງ ໄຊຍະບູລີ ມອບໃບຍ້ອງຍໍ ໃຫ້ພາກສ່ວນຕ່າງໆທີ່ຊ່ວຍເຫລືອໄພນໍ້າຖ້ວມ
ໃນຕອນເຊົ້າຂອງວັນທີ 20 ມິຖຸນາ ນີ້ ທີ່ຫ້ອງປະຊຸມ ພະແນກ ສາທາລະນະສຸກແຂວງ ໄຊຍະບູລີ ໄດ້ຈັດພິທີ ມອບໃບຍ້ອງຍໍ ໃຫ້ພາກສ່ວນຕ່າງໆທີ່ມາຈາກແຂວງ ຫຼວງພະບາງ ແລະ ແຂວງ ວຽງຈັນ ທີ່ໃຫ້ການຊ່ວຍເຫລືອແຂວງໄຊຍະບູລີ ໃນໄລຍະປະສົບໄພນ້ຳຖ້ວມ ໂດຍມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກ ສາທາລະນະສຸກ, ພະແນກແຮງງານ ແລະ ສະຫວັດດີການ, ອົງການກາແດງ, ແຂວງ ໄຊຍະບູລີ, ຫຼວງພະບາງ ແລະ ແຂວງ ວຽງຈັນເຂົ້າຮ່ວມ.
ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກ ສາທາລະນະສຸກໄຊຍະບູລີ ໄດ້ຂຶ້ນລາຍງານກ່ຽວກັບການຕອບໂຕ້ສຸກເສີນຈາກຫຼາຍພາກສ່ວນໃນມື້ນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ ເຊິ່ງໄດ້ກ່າວວ່າ: ໃນໄລຍະນໍ້າຖ້ວມທີມງານສາທາລະນະສຸກ, ອົງການກາແດງ ແລະ ພາກສ່ວນຕ່າງໆ ແຂວງ ໄຊຍະບູລີ ຮ່ວມກັບແຂວງຫຼວງພະບາງ, ແຂວງ ວຽງຈັນ ໄດ້ນໍາທີມພະນັກງານວິຊາການ, ໜ່ວຍກູ້ໄພ ແລະ ແພດ-ໝໍລົງແກ້ໄຂສຸກເສີນເບື້ອງຕົ້ນໃນພາກສະໜາມເປັນຕົ້ນແມ່ນໄດ້ເຄື່ອນຍ້າຍຄົນເຈັບຕິດຕຽງ, ແມ່ຍິງເກີດລູກໃໝ່ ແລະ ຊ່ວຍເຫຼືອຄົນເຈັບທີ່ເກີດອຸບັດຕິເຫດໃນມື້ນໍ້າຖ້ວມ, ພາຍຫຼັງນໍ້າລົດລົງແມ່ນໄດ້ສົ່ງທີມງານແພດ, ພະຍາບານສຸກເສີນ, ລົດໂຮງໝໍ, ຢາ ແລະ ເຄື່ອງມືອຸປະກອນການແພດເຂົ້າກວດກາແຕ່ລະບ້ານເພື່ອຊ່ວຍຄົນທີ່ຖືກບາດເຈັບ ແລະ ຜູ້ທີ່ມີບັນຫາດ້ານສຸຂະພາບ, ພ້ອມທັງໄດ້ກວດສຸຂະພາບ ຈິດຕະບໍາບັດ, ສຸຂະສືກສາໃຫ້ຄວາມຮູ້ໃນການຕ້ານພະຍາດຕ່າງໆທີ່ມາກັບນໍ້າ ແລະ ໄດ້ແຈກຢາຍຢາ ເຊິ່ງມີຜູ້ມາຮັບບໍລິການກວດສຸຂະພາບທັງໝົດ 236 ຄົນ, ຍິງ 177 ຄົນ, ໄດ້ອານາໄມດູດນໍ້າສ້າງໃຫ້ປະຊາຊົນ, ພ້ອມນັ້ນກໍ່ໄດ້ຜະລິດນໍ້າໃຊ້ໄດ້ທັງໝົດ 295,41 ແມັດກ້ອນ, ໃນນີ້: ອົງການກາແດງແຂວງຫຼວງພະບາງ ແລະ ແຂວງ ວຽງຈັນ ຜະລິດ ແລະ ແຈກຍາຍໄດ້ 25,05 ແມັດກ້ອນ, ຈາກນັ້ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແລະ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກ ສາທາລະນະສຸກ ໄຊຍະບູລີ ກໍ່ໄດ້ຂຶ້ນມອບໃບຍ້ອງຍໍໃຫ້ຄະນະທີມງານວິຊາການຈາກ 2 ແຂວງ, ພ້ອມທັງໄດ້ກ່າວຄໍາຂອບໃຈຕໍ່ພາກສ່ວນດັ່ງກ່າວທີ່ໄດ້ສະຫຼະເຫື່ອແຮງ, ວັດຖຸອຸປະກອນ ແລະ ເວລາອັນມີຄ່າມາຊ່ວຍເຫຼືອໃນການຕອບໂຕ້ໄພພິບັດຄັ້ງນີ້ນັບແຕ່ມື້ນໍ້າຖ້ວມຈົນຮອດມື້ນີ້.