ກົມຄົ້ນຄ້ວາວິທະຍາສາດ – ປະຫັວດສາດ ກະຊວງ ປກສ ເຊືອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ກົມຄົ້ນຄ້ວາວິທະຍາສາດ – ປະຫັວດສາດ ກະຊວງປ້ອງກັນຄວາມສະຫົງບ ໄດ້ຈັດຕັ້ງເຊືອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໃນວັນທີ 23 ມິຖຸນາ 2021 ນີ້, ໃຫ້ກຽດເຜີຍແຜ່ເອກະສານໂດຍ ພົຈວ ສະແຫວງ ພົມມະລີ ຄະນະພັກກະຊວງ ຮັກສາການ ຫົວໜ້າກົມຄົ້ນຄ້ວາວິທະຍາສາດ-ປະຫັວດສາດ, ມີຄະນະພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເອກະສານທີ່ນຳມາເຜີຍແຜ່ເຊືອມຊືມຄັ້ງນີ້ມີ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເອກະສານເນື້ອໃນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ແຜນດຳເນີນງານຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫົງບ ສະໄໝທີ V ແລະ ບົດສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ປະທານປະເທດ ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫົງບ ຄົບຮອບ 60 ປີ. ການເຜີຍແຜ່ເຊືອມຊືມ ແລະຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແນໃສ່ໃຫ້ຄະນະພັກ-ຄະນະບັນຊາ ຮັບຮູ້ ເຂົ້າໃຈ ຢ່າງ ເລິກເຊິ່ງ ແລະ ກຳແໜ້ນເນື້ອໃນຂອງມະຕິ XI ຂອງພັກ, ໂດຍສະເພາະ ແມ່ນເນື້ອໃນທີ່ສຳຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາໃນແຕ່ລະຂົງເຂດວຽກງານ ຕາມຄວາມຮັບຜິດຊອບຂອງຕົນ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ ເປັນແຜນງານ, ໂຄງການແລະກິດຈະກໍາລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນຕົວຈິງ ແລະ ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ເນື້ອໃນຕົ້ນຕໍ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະ ພັກກະຊວງປ້ອງກັນຄວາມສະຫງົບ ເພື່ອກໍານົດແບບແຜນເຄື່ອນໄຫວ ແລະ ວິທີນໍາພາ ຂອງຄະນະບໍ ລິຫານງານພັກກະຊວງ ໃຫ້ຈະແຈ້ງເປັນລະບົບ, ມີຈຸດສຸມ, ຮັບປະກັນສ້າງການຫັນປ່ຽນ ໃໝ່ທີ່ແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ສ້າງຄວາມເຊື່ອໝັ້ນຢ່າງ ໜັກແໜ້ນຂອງສັງຄົມ ຕໍ່ການນໍາພາຂອງຄະນະ ພັກໃຫ້ສູງຂຶ້ນ, ດ້ວຍການສົມທົບຢ່າງກົມກຽວລະຫວ່າງການແກ້ໄຂ ບັນຫາທີ່ເປັນພື້ນຖານ ທີ່ໄດ້ຮັບ ຮອງໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ກັບການແກ້ໄຂບັນຫາ ຕ່າງໆທີ່ອາດຈະ ເກີດຂຶ້ນ ໃນແຕ່ລະໄລຍະໃຫ້ສອດຄ່ອງກັບທີ່ຕັ້ງ, ພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບ ຂອງຄະນະບໍລິຫານງານພັກກະຊວງ. ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດຄວາມຮັບຜິດຊອບ, ສົ່ງ ເສີມຄວາມເປັນເຈົ້າການກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຂອງບັນດາຄະນະພັກ, ທັງເປັນບ່ອນອີງ ໃນການຕີລາຄາຄວາມສາມາດນຳພາ ຂອງແຕ່ລະສະຫາຍໃນວຽກງານທີ່ຕົນຮັບຜິດຊອບ.
ໃນວັນດຽວກັນກອງບັນຊາການປ້ອງກັນສູນກາງ ກໍ່ໄດ້ຈັດຕັ້ງເຊືອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຊັນດຽວກັນ. ໃຫ້ກຽດເຜີຍແຜ່ເອກະສານໂດຍ ພັອ ຄໍາເກືອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ.