ກົມໃຫຍ່ການເມືອງ ກະຊວງ ປກສ ແລະ ວິທະຍາຄານຕຳຫຼວດປະຊາຊົນ ເຜີຍແຜ່ເຊື່ອມຊຶມຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ
ວັນທີ 22 ມິຖຸນາ 2021 ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຜີຍແຜ່ເຊື່ອມຊຶມມະຕິຂອງກອງ ປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ແຜນດໍາເນີນງານ ຂອງຄະນະບໍລະຫານງານພັກກະຊວງ ປກສ ສະໄຫມທີ 5 ຂື້ນ ໂດຍການເຜີຍແຜ່ຂອງ ສະຫາຍ ພົວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວຫນ້າກົມໃຫຍ່ການເມືອງ ປກສ ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມ ຂ້າງກົມໃຫຍ່ການເມືອງເຂົ້າຮ່ວມ.
ພຈົວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ຍົກໃຫ້ເຫັນ 4 ບົດຮຽນໃຫຍ່ ທີ່ຖອດຖອນໄດ້ ເປັນຕົ້ນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄຸນນະພາບການນໍາພາຂອງພັກ ຈະຕ້ອງໄດ້ແກ້ໄຂສອງດ້ານ. ພ້ອມກັນນັ້ນ, ແມ່ນຮັບປະກັນການກໍານົດເນື້ອໃນຫນ້າທີ່ການເມືອງໃຫ້ຖືກຕ້ອງ, ແທດເຫມາະຕົວຈິງແລະມີຄວາມເປັນໄປໄດ້ໃນທາງປະຕິບັດຄ່ຽງຄູ່ກັບການແກ້ໄຂບັນຫາດ້ານການຈັດຕັ້ງ, ບຸກຄະລາກອນ, ແບບແຜນການນໍາພາ-ຊີ້ນໍາແລະການຄຸ້ມຄອງດ້ານລະບຽບວິໄນ, ໃນການພັດທະນາເສດຖະກິດຕ້ອງມີການປະສານສົມທົບແຫນ້ນ ລະຫວ່າງ ການຂະຫຍາຍພື້ນຖານການຜະລິດ ແລະ ບໍລິການຂະຫນາດໃຫຍ່ ຢ່າງມີຈຸດສຸມ, ສ້າງເປັນຂະແຫນງການ ແລະ ຜະລິດຕະ ພັນປາຍແຫຼມກັບການຮັບປະກັນການປະກອບອາຊີບຂອງຊາວຊົນນະບົດ ມີການພັດທະນາເລີ່ມ ຈາກສ້າງຄວາມສາມາດເພີ່ງຕົນເອງ ແລະ ເປັນເຈົ້າຕົນເອງ, ມີກິນມີໃຊ້ ແລະ ແກ້ໄຂສະພາບການຫຼຸດໂຕນແບບບໍ່ຍຸຕິທໍາໃນສັງຄົມ, ຕ້ອງຮັບປະກັນການພັດທະນາຊັບພະຍາກອນມະນຸດ, ສະຫນອງຄວາມຕ້ອງການ ເພື່ອເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປົກ ປ້ອງສິດ, ເສີມຂະຫຍາຍສິດ, ຜົນປະ ໂຫຍດຂອງຜົນລະເມືອງ, ຄຸນຄ່າຄວາມເປັນມະນຸດ ແລະ ຄວາມສີວິໄລດ້ານຈິດໃຈ, ສໍາລັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ ຂອງ ພັກ ແລະ ແຜນການ, ໂຄງການພັດທະນາຂອງລັດຢູ່ແຕ່ລະຂັ້ນ ຕ້ອງບົນພື້ນຖານການສົມທົບ ລະຫວ່າງ ຮັບປະກັນການຕົກລົງບັນຫາຕົວຈິງ ແບບເປັນຫມູ່ຄະນະຢ່າງເຂັ້ມງວດ ກັບການເຊີດຊູ ບົດບາດນໍາພາ-ຊີ້ນໍາ-ບັນຊາ ຢູ່ຫົວແຖວອັນເຂັ້ມແຂງ ຂອງຜູ້ເປັນຫົວຫນ້າຢູ່ແຕ່ລະບ່ອນ ເຮັດໃຫ້ ທຸກຂະບວນການໄດ້ຮັບການກະຕຸ້ນ ແລະ ຂັບເຄື່ອນໃຫ້ຖືກທິດ, ຕໍ່ເນື່ອງ, ແຂງແຮງ ແລະ ກ້າວສູ່ ເປົ້າຫມາຍທີ່ວາງອອກ. ຈາກນັ້ນ, ທ່ານກໍ່ໄດ້ຍົກໃຫ້ເຫັນເຖິງແຜນດໍາເນີນງານ ຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄຫມທີ 5 ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ເນື້ອໃນຕົ້ນຕໍ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງ ປກສ ກອງປະຊຸມດັ່ງກ່າວໄດ້ກໍານົດບັນດາທັດສະນະພື້ນຖານ ໃຫ້ແກ່ການເຄື່ອນໄຫວນໍາພາຂອງຄະນະພັກກະຊວງ ປກສ ໃນ 5 ປີຕໍ່ຫນ້າຢ່າງຈະແຈ້ງ, ມີລະບົບ, ຈຸດສຸມ, ຮັບປະກັນສ້າງການຫັນປ່ຽນໃຫມ່ທີ່ແຂງແຮງ, ເລິກເຊີ່ງ, ຮອບດ້ານ ສ້າງຄວາມເຊື່ອຫມັ້ນຢ່າງຫນັກແຫນ້ນໃຫ້ສັງຄົມ ຕິດພັນກັບການແກ້ໄຂບັນຫາຕ່າງໆ ທີ່ ສອດຄ່ອງກັບທີ່ຕັ້ງ, ພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບ ຂອງຄະນະບໍລິຫານງານ ພັກກະຊວງປ້ອງກັນຄວາມສະຫງົບ.