ຖະແຫຼງຂ່າວ COVID-19 ປະຈໍາວັນພຸດ ວັນທີ 23 ມິຖຸນາ ປີ 2021 ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 9 ຄົນ
ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວສະພາບການການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນພຸດ ວັນທີ 23 ມິຖຸນາ 2021 ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 22 ມິຖຸນາ 2021 ນີ້ ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 9 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 6 ຄົນ,ຈໍາປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ.