ຖະແຫຼງຂ່າວ COVID-19 ປະຈໍາວັນທີ 24 ມິຖຸນາ ປີ 2021 ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 4 ຄົນ.
ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວສະພາບການການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນພະຫັດ ວັນທີ 24 ມິຖຸນາ 2021 ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 23 ມິຖຸນາ 2021 ພົບວ່າມີຜູ້ຕິດເຊື້ອໃຫມ່ເພີ່ມອີກ 4 ຄົນ.