ພິທີມອບໃບຢັ້ງຢືນໃຫ້ 15 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020
ວັນທີ 24 ມີຖນາ 2021 ນີ້ ອົງຄະນະພັກ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດຕັ້ງພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2020 ໃຫ້ 15 ໜ່ວຍພັກ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງວຽງຈັນ; ເປັນກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຂຸມຂັງ-ດັດສ້າງ ພ້ອມດ້ວຍ ສະມາຊິກພັກ ເຂົ້າຮ່ວມ .
ພັທ ຄຳແຝງ ສີມູນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ ວ່າດ້ວຍການຮັບຮອງເອົາ ແລະ ມອບໃບຢັ້ງຢືນໃຫ້ 15 ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງວຽງຈັນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2020 ເຊີ່ງໃນນີ້ມີ ໜ່ວຍພັກພະແນກຈັດຕັ້ງ-ນະໂຍບາຍ, ໜ່ວຍພັກພະແນກບໍລິຫານ-ໂຄສະນາ, ໜ່ວຍພັກພະແນກພັກ-ກວດກາປ້ອງກັນກຳລັງ, ໜ່ວຍພັກພະແນກ 200, ໜ່ວຍພັກພະແນກ 208, ໜ່ວຍພັກພະແນກ 201-203, ໜ່ວຍພັກພະແນກ 210, ໜ່ວຍພັກພະແນກຕໍາຫຼວດສິ່ງແວດລ້ອມ,ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໜ່ວຍພັກພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ໜ່ວຍພັກພະແນກຕໍາຫຼວດຈະລາຈອນ, ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ໜ່ວຍພັກຮາກຖານຫ້ອງການກອງບັນຊາການ, ໜ່ວຍພັກຮາກຖານຫ້ອງ 504 ແລະ ໜ່ວຍພັກຮາກຖານກອງພັນປ້ອງກັນເຄື່່ອນທີ່.
ພັທ ຄຳແຝງ ສີມູນ ຍັງໄດ້ໃຫ້ຮູ້ອີກວ່າ: ໃນຊຸມປີຜ່ານມາ ສະຫາຍສະມາຊິກພັກທັງ 15 ໜ່ວຍພັກ ແມ່ນໄດ້ເຊື່ອມຊື່ມເອກະສານແນວທາງການເມືອງ, ຄຸນສົມບັດສິນທຳປະຕິວັດ, ແລະ ເອກະສານທີ່ກ່ຽວຂ້ອງຈໍານວນໜຶ່ງ ຈຶ່ງເຮັດໃຫ້ສະມາຊິກພັກມີແນວຄິດການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮູ້ຄວາມສາມາດ, ມີສະຕິລະວັງຕົວ, ມີຄວາມຈົ່ງຮັກພັກດີ, ມີຄວາມສັດຊື່ບໍລິສຸດດຳລົງຊີວິດປອດໃສ່, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນ, ມີຄວາມຮັບຜິດຊອບສູງ, ມີຄວາມເສຍສະຫຼະເພື່ອຊາດ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໜາຍໃຫ້; ຜ່ານການປະເມີນຜົນເຫັນວ່າໜ່ວຍພັກທັງ 15 ໜ່ວຍພັກ ແມ່ນຄົບມາດຖານເງື່ອນໄຂ 4 ດ້ານ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີນຳພາ ແລະ 5 ເນື້ອໃນຄື: ການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ, ການນຳພາປະຕິບັດວຽກງານນະໂຍບາຍ ແລະ ແກ້ໄຂຊິວິດການເປັນຢູ່, ການນຳພາວຽກງານຮັກສາປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນກົມກອງ.
ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2020 ຄັ້ງນີ້ ໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມນັ້ນສະຫາຍຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຂອງໜ່ວຍພັກ ຈົນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ໃນຄັ້ງນີ້ ສະຫາຍຍັງໄດ້ຮຽກຮ້ອງໃຫ້ 15 ໜ່ວຍພັກ ຈົ່ງພ້ອມກັນຕັ້ງໜ້າຮັກສາມູນເຊື້ອຂອງໜ່ວຍພັກໄວ້ໃຫ້ໜັ້ນຄົງຕະຫຼອດໄປ; ສ່ວນໝ່ວຍພັກທີ່ຍັງບໍ່ທັນໄດ້ຮັບຮອງກໍ່ຕ້ອງໄດ້ສືບຕໍ່ກໍ່ສ້າງ, ປັບປຸງໃຫ້ດີຂື້ນ ແລະ ສູ້ຊົນໃຫ້ໄດ້ຮັບຮອງໃນຕໍ່ໜ້າ.